Vientiane Times Lao
ຄົນລາວທີ່ລັກລອບກັບປະເທດແບບຜິດກົດໝາຍຕ້ອງໄດ້ຈ່າຍຄ່າກວດຫາເຊື້ອໂຄວິດ-19 ແລະ ຄ່າອາຫານດ້ວຍຕົນເອງ

ຄົນລາວທີ່ລັກລອບກັບປະເທດແບບຜິດກົດໝາຍຕ້ອງໄດ້ຈ່າຍຄ່າກວດຫາເຊື້ອໂຄວິດ-19 ແລະ ຄ່າອາຫານດ້ວຍຕົນເອງ

ຄົນລາວທີ່ໄປເຮັດວຽກຢູ່ຕ່າງປະເທດແຕ່ລັກລອບກັບຄືນປະເທດແບບຜິດກົດໝາຍໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ຈ່າຍຄ່າກວດຫາເຊື້ອພະຍາດດັ່ງກ່າວ ລວມທັງຄ່າອາຫານໃນເວລາທີ່ຢູ່ໃນສູນຈໍາກັດບໍລິເວນ 14 ວັນ ລວມທັງໝົດ 1,9 ລ້ານກີບ ຊຶ່ງມາດຕະການດັ່ງກ່າວນີ້ເປັນການສະກັດກັ້ນອີກທາງໜຶ່ງສໍາລັບຜູ້ທີ່ຈະລັກລອບກັບຄືນປະເທດແບບຜິດກົດໝາຍແຕ່ການລັກລອບກັບມາກໍຍັງມີຢູ່.

ອີງຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020ໄດ້ລະບຸໄວ້ວ່າ: ຕໍ່ບຸກຄົນທີ່ເຂົ້າມາແບບບໍ່ຖືກຕ້ອງຕາມຊາຍແດນ ຫາກຫຼົບຫຼີກຈາກການກວດກາ, ການໄປກັກຕົວ ເມື່ອເຈົ້າໜ້າທີ່ຊອກຮູ້ຈະນຳຕົວໄປກວດຫາເຊື້ອພະຍາດໂຄວິດ-19 ແລະ ນໍາຕົວໄປຢູ່ສູນຈໍາກັດບໍລິເວນໃນກຳນົດເວລາ 14 ວັນ ແລະ ຈະຕ້ອງໄດ້ຮັບຜິດຊອບຄ່າກວດຫາເຊື້ອພະຍາດດັ່ງກ່າວຈໍານວນ 1.200.000 ກີບຕໍ່ຄົນຕໍ່ຄັ້ງ ແລະ ຄ່າອາຫານໃນໄລຍະຈຳກັດບໍລິເວນ 14 ວັນອີກ 700.000 ກີບ (50.000 ກີບຕໍ່ມື້).

ຂ່າວ: ວຽງຈັນທາຍ

Related Articles

Leave a Reply