ງານນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ໄດ້ເປີດຢ່າງເປັນທາງການໃນຕອນຄໍ່າວັນທີ 10 ກຸມພາ 2025 ທີ່ຜ່ານມາ ຢູ່ເດີ່ນສະຖານບູຮານວັດພູຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ຊຶ່ງ ພາຍໃນງານມີຫຼາຍກີດຈະກໍາໃຫ້ທ່ຽວຊົມ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ. ໄດ້ກ່າວໃນພິທີເປີດວ່າ: ງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2025 ນີ້, ຈັດຂຶ້ນໃນລະຫວ່າງວັນທີ 10-12 ກຸມພາ 2025 ນີ້ ຫຼື 3 ວັນ, ພາຍໃນງານຈະມີການສະແດງໂດຣນປະກອບພາບ ຕົວອັກສອນ ແສງ ສີ ສຽງ ໂດຍແມ່ນທະນາຄານພັດທະນາລາວ ເປັນຜູ້ໃຫ້ການສະໜັບສະໜູນ ມູນຄ່າ 775 ລ້ານກວ່າກີບ ແລະ ການຍິງດອກພຸໄຟ ແມ່ນກິດຈະກໍາພິເສດ 2 ກິດຈະກໍາ ໃນມື້ເປີດງານນີ້. ສໍາລັບຮູບແບບ ແລະ ເນື້ອໃນບິນໂດຣນ, ການບິນໂດຣນຊຸດທີ 1 ຈໍານວນ 100 ລໍາ ມີບັນຍາຍກ່ຽວກັບທີ່ຕັ້ງຂອງເມືອງຈໍາປາສັກ, ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ບັນຍາຍກ່ຽວກັບການສ້າງຕົວເມືອງ, ບິນໂດຣນຊຸດທີ 3 ຈໍານວນ 200 ລໍາ ບັນຍາຍກ່ຽວກັບ ຈອມພູເກົ້າ ແລະ ຍິງພຸໃນມື້ເປີດມີຈໍານວນຫຼວງຫຼາຍ ໂດຍການສະໜັບສະໜູນຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ມູນຄ່າ 1 ຕື້ກວ່າກີບ. ນອກນີ້, ຍັງມີການສະແດງລະຄອນຢ້ອນຍຸກ ກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ – ນາງມະໂລງ, ໄຂປິດສະໜາການກໍ່ສ້າງຜາສາດຫີນວັດພູ ແລະ ນາງ ສີດາ ຍອດຍິງ ຜູ້ເສຍສະຫຼະ. ມີຕະຫຼາດຢ້ອນຍຸກ ຕິດພັນກັບການນຸ່ງຖືທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ ຊຶ່ງໃຫ້ປະຊາຊົນບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍຄ່າເຊົ່າ, ມີການຈັດສັນຕະຫຼາດວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງ ຜະລິດຕະພັນ ຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມຕ່າງໆ.
ຂ່າວ-ພາບ: ທູນທອງໃຈ