ພິທີເປີດງານບຸນລາວ ປະຈຳປີ 2025 ຈັດຂື້ນຢ່າງເປັນທາງການ ໃນວັນທີ 24 ພຶດສະພາ 2025 ຢູ່ທີ່ ສວນໂຢໂຢກິ, ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ຊື່ງເປັນງານທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ແລະ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ຈາກປະຊາຊົນຊາວຍີ່ປຸ່ນ ກໍຄືບັນດານັກທ່ອງທ່ຽວທີ່ເຂົ້າມາຮ່ວມໃນງານດັ່ງກ່າວນີ້.
ງານບຸນລາວ ເປັນງານທີ່ຈັດຂຶ້ນທຸກໆປີ ໂດຍການຮ່ວມມືກັນ ລະຫວ່າງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ, ໂຮງຮຽນມັດທະຍົມຕອນປາຍ Tokyo Sakura Kokusai ແລະ ອຳນາດການປົກຄອງຂອງນະຄອນຫຼວງໂຕກຽວ ທີ່ມີຄວາມພະຍາຍາມສູງ ແລະ ມີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນກິດຈະກໍາປະຈໍາທຸກໆປີ.




ໃນພິທີດັງກ່າວເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ, ທ່ານ Mr. MATSUMOTO Hisashi (ທ່ານ ມະຊຶໂມະໂຕະ ຮິຊາຊິ), Parliamentary Vice-Minister for Foreign Affair of Japan (ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ສາຍລັດຖະສະພາ), ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້ ຈະເປັນເວທີໜຶ່ງໃນການໂຄສະນາເຜີຍແຜ່ໝາກຜົນຂອງການພົວພັນ-ຮ່ວມມື ຕິດພັນກັບການສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວ ຂອງ ສປປ ລາວ, ຖືເປັນກົນໄກໜຶ່ງທີ່ສ້າງຄວາມ ເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ເພື່ອໂຄສະນາເຜີຍແຜ່ບັນດາທ່າແຮງການທ່ອງທ່ຽວ ຂອງ ສປປ ລາວ ຕິດພັນກັບບັນດາກິດຈະກຳການທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ເກົ່າແກ່ດັ້ງເດີມ ແລະ ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານໃຫ້ແກ່ນັກທ່ອງທ່ຽວ ກໍຄືປະຊາຊົນຊາວຍີ່ປຸ່ນ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ມີຄວາມເຂົ້າອົກເຂົ້າໃຈເລິກເຊິ່ງຂຶ້ນກວ່າເກົ່າ.
ທ່ານ ນາງ ດາລານີ ພົມມະວົງສາ ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຜົນສຳເລັດ ຂອງການຈັດງານບຸນລາວ ໃນໄລຍະຜ່ານມາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງມີຄວາມຕັ້ງໜ້າເຂົ້າຮ່ວມງານດັ່ງກ່າວນີ້ ຢ່າງເປັນປົກກະຕິຕໍ່ເນື່ອງ, ພິເສດ ສໍາລັບປີ 2025 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນ ຂອງສອງປະເທດພວກເຮົາ ທີ່ສອງຊາດກໍາລັງຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ-ຢີ່ປຸ່ນ ຄົບຮອບ 70 ປີ, ຊຶ່ງປະກອບສ່ວນເຮັດໃຫ້ງານບຸນລາວ 2025 ມີເນື້ອໃນເລິກເຊິ່ງຍິ່ງຂຶ້ນ.
ການຈັດງານໃນຄັ້ງນີ້ ຈະເປັນເວທີໜຶ່ງໃນການໂຄສະນາເຜີຍແຜ່ໝາກຜົນຂອງການພົວພັນຮ່ວມມື ຕິດພັນກັບການສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວ ຂອງ ສປປ ລາວ, ຖືເປັນກົນໄກໜຶ່ງທີ່ສ້າງຄວາມ ເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ເພື່ອໂຄສະນາເຜີຍແຜ່ບັນດາທ່າແຮງການທ່ອງທ່ຽວ ຂອງ ສປປ ລາວ ຕິດພັນກັບບັນດາກິດຈະກຳການທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ເກົ່າແກ່ດັ້ງເດີມ ແລະ ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານໃຫ້ແກ່ນັກທ່ອງທ່ຽວ ກໍຄືປະຊາຊົນຊາວຍີ່ປຸ່ນ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ມີຄວາມເຂົ້າອົກເຂົ້າໃຈເລິກເຊິ່ງຂຶ້ນກວ່າເກົ່າ.
ງານບຸນດັ່ງກ່າວຈະດຳເນີນໄປຮອດມື້ອື່ນ (ວັນອາທິດ ທີ 25 ເດືອນພຶດສະພາ 2025).
ພາບ-ຂ່າວ: ພ້ອມພົງ ເຫລົາອິນ