ເພື່ອເປັນການຫ້າງຫາກະກຽມ ແລະ ຮັບປະກັນໃນການຈັດ ງານມະຫາກໍາບຸນຊ້າງ ປະຈຳປີ 2025 ທີ່ຈະໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 18-22 ກຸມພາ ທີ່ຈະມາເຖີງນີ້ ໃຫ້ມີບັນຍາກາດ ແລະ ຮັບປະກັນໃຫ້ແຕ່ລະອະນຸກຳມະການໃນການກະກຽມຄວາມພ້ອມ, ໂດຍສະເພາະແມ່ນອະນຸກຳມະການເສດຖະກິດ ເພື່ອເຮັດໃຫ້ເສດຖະກິດພຽງພໍກັບການໃຊ້ຈ່າຍຕົວຈິງນັ້ນ, ບັນດາລັດວິສາຫະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ອ້ອມຂ້າງແຂວງ ໄດ້ມອບເງິນອຸປະຖຳເຂົ້າໃນງານບຸນດັ່ງ ກ່າວ ຊຶ່ງປະກອບມີ: ທະນາຄານພົງສະຫວັນ ມອບເງິນສົດ 150,000,000 ກີບ, ບໍລິສັດ ນໍ້າຮຸ່ງ 1 ໄຮໂດພາວເວີ ຈໍາກັດ 20,000,000 ກີບ, ບໍລິສັດ ລົງທຶນພັດທະນາ ການທ່ອງທ່ຽວເຊໂນ 10,000,000 ກີບ, ບໍລິສັດ ພົງຊັບທະວີ ກໍ່ສ້າງ ຈໍາກັດ 5,000,000 ກີບ, ບໍລິສັດ ອານຸສິດ ສາຍບ້ານ ສີເມືອງ 1,000,000 ກີບ, ໂດຍຕ່າງຫນ້າອຳນາດການປົກຄອງ ກ່າວຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ປະທານຈັດງານມະຫາກໍາບຸນຊ້າງ ປະຈໍາປີ 2025.
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ກໍໄດ້ ສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆທີ່ໄດ້ສະລະວັດຖຸເງິນຄໍາ ເຂົ້າໃນການອຸປະຖຳໃນງານບຸນຄັ້ງນີ້, ທັງນີ້ກໍເພື່ອ ພ້ອມກັນເປັນເຈົ້າພາບທີ່ດີ, ຮັບປະກັນດ້ານເສດຖະກິດ ໃຫ້ພຽງພໍ, ພ້ອມທັງໄດ້ມອມໃບສົມມະນາຄຸນໃຫ້ກັບບຸກຄົນ, ກົມກອງ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ທີ່ມີຜົນງານ ດີເດັ່ນໃນການປະກອບສ່ວນທາງດ້ານວັດຖຸເງິນ-ຄໍາ ເຂົ້າໃນ ງານມະຫາກໍາບຸນຊ້າງປະຈໍາປີ 2025 ຕື່ມອີກ.
ແຫຼ່ງຂ່າວຈາກ: ຫ້ອງວ່າການແຂວງ ໄຊຍະບູລີ