Vientiane Times Lao
ງູຈົງອາງກັດຄົນເສຍຊີວິດຢູ່ແຂວງສະຫວັນນະເຂດ

ງູຈົງອາງກັດຄົນເສຍຊີວິດຢູ່ແຂວງສະຫວັນນະເຂດ

ເກີດເຫດງູຈົງອາງກັດ ຄົນເສຍຊີວິດໃນມື້ວານນີ້ທີ່ ບ້ານໂພນບົກ ເມືອງອາດສະພອນ ແຂວງສະຫວັນນະເຂດ ຊຶ່ງຜູ້ເສຍຊີວິດເປັນເພດຊາຍ.

ກ່ອນເກີດເຫດລູກຊາຍ ແລະ ນ້ອງສາວໄດ້ໄປນານຳພໍ່ບັງເອີນເຫັນງູໄລ່ເຊິງກັນ (ຝັ້ນກອດກັນ) ແລ້ວແລ່ນເຂົ້າຮູ ຫຼັງຈາກນັ້ນລູກຊາຍໄດ້ຈັບຫາງງູໄວ້ໝົດທັງສອງໂຕ (ຍ້ອນບໍ່ຮູ້ວ່າແມ່ນງູຈົງອາງ) ສ່ວນນ້ອງສາວແມ່ນແລ່ນໄປນຳພໍ່ຢູ່ຖຽງນາ.

ເມື່ອຮູ້ແນວນັ້ນພໍ່ໄດ້ກັບມາຫາລູກຊາຍເພື່ອຂ້າງູ ໂດຍ ພໍ່ໄດ້ດຶງໂຕທີໜຶ່ງອອກມາຂ້າຕາຍສໍາເລັດ ຕໍ່ມາໄດ້ດຶງໂຕທີສອງອອກມາ ພໍດຶງອອກມາໃກ້ຈະຫວິດຮູ ງູໄດ້ກັດນິ້ວມື ແຕ່ຜູ້ກ່ຽວກໍ່ໄດ້ຂ້າງູຈົນສຳເລັດ ແລ້ວກໍ່ຍ່າງເມືອຖຽງນາບອກເມຍວ່າງູກັດ ຫຼັງຈາກນັ້ນຈຶ່ງພາກັນຂັບລົດໄຖນາກັບບ້ານເພື່ອຈະໄປໂຮງໝໍ ແຕ່ພໍໃກ້ຈະຮອດບ້ານ ສັງເກດວ່າຕົນໂຕຜູ້ເປັນພໍ່ໄດ້ແຂງໂຕ ແລະ ເສຍຊີວິດແລ້ວ.

ທີ່ມາ: Notice

Related Articles

Leave a Reply