Vientiane Times Lao
ຈະຈັດການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາ ຄຊປປລ

ຈະຈັດການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາ ຄຊປປລ

ການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຈະຈັດຂຶ້ນໃນລະຫວ່າງວັນທີ 15 ມັງກອນ ຫາ 25 ກຸມພາ 2025, ໂດຍການຮ່ວມມືຈັດການແຂ່ງຂັນ ລະຫວ່າງ ສຊປປລ ຕາງໜ້າໂດຍກົມຂະບວນການຊາວໜຸ່ມ ກັບກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມກິລາລະດັບສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທີມນັກກິລາເຕະບານ ທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະກອບມີ 20 ທີມ ມາຈາກຄະນະກິລາຊາວໜຸ່ມຈາກບັນດາອົງການ, ກະຊວງ ແລະ ນະຄອນຫຼວງ, ໃນນັ້ນ ແບ່ງອອກເປັນ 4 ສາຍ (A B C D) ໂດຍຈະແຂ່ງຂັນທຸກວັນຈັນ-ວັນພະຫັດ, ເວລາ 14:00- 16:00 ໂມງ, ມື້ລະ 2 ຄູ່ ທີ່ເດີ່ນເຕະບານລ້ານຊ້າງ, ຊຶ່ງລາງວັນທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 20 ລ້ານກີບ, ທີ 2 ໄດ້ຮັບເງິນລາງວັນ 15 ລ້ານກີບ, ທີ 3 ໄດ້ຮັບລາງວັນ 10 ລ້ານກີບ.

ທ່ານ ທອງລີ ສີສຸລິດ ຮອງເລຂາ ຄຊປປລ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາຄັ້ງນີ້ ໄດ້ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 9 ມັງກອນ 2025 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າ: ການແຂ່ງຂັນກິລາ ຄັ້ງນີ້ ເນັ້ນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມນັ້ນ ກໍເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 70 ປີ; ເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ຊຶ່ງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ ເຍົາວະຊົນຫັນມາຫຼິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ; ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງຄະນະຊາວໜຸ່ມ ບັນດາອົງການ, ກະຊວງ, ນະຄອນຫຼວງວຽງຈັນ.

Related Articles

Leave a Reply