Vientiane Times Lao
ຈະຈັດການແຂ່ງຂັນມວຍສາກົນ ຊີງແຊ໋ມປະເທດລາວ ຕົ້ນເດືອນພຶດສະພານີ້

ຈະຈັດການແຂ່ງຂັນມວຍສາກົນ ຊີງແຊ໋ມປະເທດລາວ ຕົ້ນເດືອນພຶດສະພານີ້

ສະຫະພັນມວຍສາກົນແຫ່ງຊາດລາວ ຈະຈັດການແຂ່ງຂັນກິລາມວຍສາກົນ ຊີງແຊ໋ມປະເທດລາວ ປະຈຳປີ 2025 ໃນລະຫວ່າງວັນທີ 7-9 ພຶດສະພາ 2025 ນີ້ ທີ່ເວທີມວຍສະຖາບັນກິລາ-ກາຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ທ່ານ ສົມພອນ ມະນີຄຳ ເລຂາທິການສະຫະພັນມວຍສາກົນແຫ່ງຊາດລາວ ແຈ້ງໃຫ້ຮູ້ວ່າ: ການແຂ່ງຂັນໃນຄັ້ງນີ້ ເນັ້ນໃສ່ຄັດເລືອກນັກກິລາມວຍສາກົນສະໝັກຫຼິ້ນຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອກຽມເຂົ້າຮ່ວມແຂ່ງຂັນງານກິລາມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ໃນທ້າຍປີ 2025 ນີ້, ສະນັ້ນ ຂໍໃຫ້ບັນດາສະໂມສອນມວຍຕ່າງໆ ພາຍໃນປະເທດ ຈົ່ງສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເພື່ອໃຫ້ສາມາດເລືອກໄດ້ນັກກິລາດີເດັ່ນ ກຽມສ້າງຜົນງານໃຫ້ແກ່ປະເທດຊາດ.

ສຳລັບ ການແຂ່ງຂັນລາຍການນີ້ ປະກອບມີ ຍິງ 4 ຮຸ່ນ: ຮຸ່ນນໍ້າໜັກ 48 ກິໂລກຣາມ, ຮຸ່ນນໍ້າໜັກ 50 ກິໂລກຣາມ, ຮຸ່ນນໍ້າໜັກ 54-57 ກິໂລກຣາມ ແລະ ຮຸ່ນນໍ້າໜັກ 60 ກິໂລກຣາມ. ສ່ວນຊາຍ 9 ຮຸ່ນ: ຮຸ່ນນໍ້າໜັກ 48 ກິໂລກຣາມ, ຮຸ່ນນໍ້າໜັກ 51 ກິໂລກຣາມ, ຮຸ່ນນໍ້າໜັກ 54 ກິໂລກຣາມ, ຮຸ່ນນໍ້າໜັກ 57 ກິໂລກຣາມ, ຮຸ່ນນໍ້າໜັກ 60 ກິໂລກຣາມ, ຮຸ່ນນໍ້າໜັກ 63,5 ກິໂລກຣາມ, ຮຸ່ນນໍ້າໜັກ 69 ກິໂລກຣາມ, ຮຸ່ນນໍ້າໜັກ 75 ກິໂລກຣາມ ແລະ ຮຸ່ນນໍ້າໜັກ 81 ກິໂລກຣາມ.

Related Articles

Leave a Reply