Vientiane Times Lao
ຈະມີສິລະປະຍ້ອນຍຸກເຖິງຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກທີ່ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ

ຈະມີສິລະປະຍ້ອນຍຸກເຖິງຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກທີ່ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ

ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ໃນປີ 2025 ນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 10-12 ກຸມພາ 2025 ທີ່ຈະມາເຖິງນີ້, ພາຍໃນງານຈະມີຫຼາຍກິດຈະກໍາ ລວມມີການສະແດງບົດຟ້ອນສິລະປະພື້ນເມືອງ, ສິລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາຂອງແຫ່ງການກຳເນີດຂອງວັດພູຈຳປາສັກ.

 ພ້ອມນີ້, ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ, ການແຂ່ງຂັນກິລາພື້ນເມືອງຫຼາຍປະເພດ, ໃນໄລຍະດຽວກັນ ກໍຈະມີການຈັດບຸນກາເຟ ຢູ່ເມືອງປາກຊ່ອງ.

 ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ກຸມພາ ໂດຍຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ພ້ອມນີ້, ຈະມີການຈຸດພຸໄຟ, ແສງ, ສີ, ສຽງ ຕື່ມອີກ. ສ່ວນວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບຄົນຈົນ, ກິລາແລ່ນເປົາ ແລະ ອື່ນໆ.

ສໍາລັບວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫຼື ເດືອນສາມເພັງເປັນວັນບຸນມາຄະບູຊາ, ເປັນວັນທີ່ມີຄວາມສໍາຄັນທາງພຸດທະສາສະໜາ, ຕອນເຊົ້າ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.

ແຫຼ່ງຂໍ້ມູນຂ່າວ: ຂປລ.

 

 

Related Articles

Leave a Reply