ກອງປະຊຸມການຄ້ານ້ຳມັນເຊື້ອໄຟສາກົນຈີນ ຄັ້ງທີ 11 ໂດຍການເປັນເຈົ້າພາບຂອງກົມພັດທະນາການຄ້າຕ່າງປະເທດກະຊວງການຄ້າຈີນ ໄດ້ຈັດຂຶ້ນລະຫວ່າງວັນທີ 8-9 ພະຈິກນີ້ຢູ່ນະຄອນຊຽງໄຮ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍປະສົມປະສານຮູບແບບຜ່ານທາງອ໋ອນລາຍ ແລະ ຮູບແບບເຊິ່ງໜ້າຄືຫຼາຍຄັ້ງທີ່ຜ່ານມາ ເຊິ່ງມີຫົວຂໍ້ຫຼັກວ່າ: “ລົງເລິກການຄ້າ ແລະ ການຮ່ວມມືສາກົນດ້ານນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດ, ຊຸກຍູ້ ການພັດທະນາເສດຖະກິດສັງຄົມດ້ວຍຄຸນນະພາບສູງ” ມີຜູ້ຕາງໜ້າຈາກ ບໍລິສັດນ້ຳມັນເຊື້ອໄຟ, ວິສາຫະກິດການຄ້າແລະ ການຂົນສົ່ງທາງທະເລ, ສະຖາບັນການເງິນ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍສະຖາບັນຄົ້ນຄວ້າວິຊາການທີ່ມີຊື່ສຽງຢູ່ໃນໂລກຈາກ 14 ປະເທດ ແລະ ເຂດແຄວ້ນເກືອບ 500 ຄົນໄດ້ເຂົ້າຮ່ວມ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນ ກ່າວວ່າ: ໂດຍປະເຊີນໜ້າກັບຜົນກະທົບອັນສະຫຼັບສັບຊ້ອນຈາກການປ່ຽນແປງຂອງໂລກໃນຮອບຮ້ອຍປີ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຄວນເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສານງານກັນ, ປົກປັກຮັກສາຄວາມເຂັ້ມແຂງ ແລະ ຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງພະລັງງານ, ກຳແໜ້ນກະແສລວມຂອງຍຸກສະໄໝ, ຊຸກຍູ້ການຫັນປ່ຽນໂຄງປະກອບພະລັງງານໃຫ້ເປັນສີຂຽວ ແລະ ກາກບອນຕ່ຳ, ສົ່ງເສີມການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພັດທະນານ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດໃຫ້ພັດທະນາດ້ວຍຄຸນນະພາບສູງ.
ຂ່າວ: CRI-FM93