Vientiane Times Lao
ຈັດກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 73

ຈັດກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 73

ວັນທີ 16 ມີນານີ້, ກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 73 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກີກາລີຂອງຣູວັນດາ.

ກ່ອນຈັດກອງປະຊຸມຄັ້ງນີ້, ສະຫະພັນບານເຕະສາກົນ ໄດ້ຈັດກອງປະຊຸມຂອງຄະນະບໍລິຫານງານ, ເຊິ່ງໄດ້ເປິກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ລະບຽບ ແລະ ວາລະການແຂ່ງຂັນເຕະບານຊີງແຊັມໂລກປີ 2026 ແລະ ອື່ນໆ, ຫົວຂໍ້ເຫຼົ່ານີ້ລ້ວນແຕ່ໄດ້ຜ່ານຮັບຮອງໃນກອງປະຊຸມຢ່າງສະດວກ.

ໃນກອງປະຊຸມຄັ້ງນີ້, ທ່ານ ກີອັນນີ ອິນຟັນຕິໂນ ໄດ້ຂຶ້ນຮັບຕຳແໜ່ງເປັນປະທານສະຫະພັນບານເຕະສາກົນ ອີກສະໄໝໜຶ່ງ, ໄລຍະດຳລົງຕຳແໜ່ງ ແມ່ນຮອດປີ 2027.

ສະຫະພັນບານເຕະສາກົນ ຫຼື FIFA ໄດ້ເພີ່ມຍອດຈຳນວນເງິນລາງວັນການແຂ່ງຂັນເຕະບານຍິງ ຊີງແຊັມໂລກ ທີ່ຈະຈັດຂຶ້ນໃນປີນີ້ ໃຫ້ຫຼາຍກວ່າ 150 ລ້ານໂດລາ, ເຊິ່ງຫຼາຍກວ່າເງິນລາງວັນການແຂ່ງຂັນເຕະບານຍິງຊີງແຊັມໂລກ ປີ 2019 ເຖິງ 3 ເທົ່າ. ນອກນັ້ນ, ການແຂ່ງຂັນເຕະບານ U17 ປີ ຊີງແຊັມໂລກ ທັງເພດຊາຍ ແລະ ເພດຍິງຂອງສະຫະພັນບານເຕະສາກົນ ຈະປ່ຽນເປັນຈັດຂຶ້ນປີລະເທື່ອ, ສ່ວນການແຂ່ງຂັນເຕະບານຊີງແຊັມໂລກ ຫຼື FIFA Club ຈະເພີ່ມຈຳນວນທີມເຂົ້າຮ່ວມການແຂ່ງຂັນ ໃຫ້ເປັນ 32 ທີມ ແລະ ຈັດຂຶ້ນ 4 ປີເທື່ອໜຶ່ງ ນັບແຕ່ປີ 2025 ເປັນຕົ້ນໄປ.

ກອງປະຊຸມຄັ້ງນີ້ ຍັງປະກາດວ່າ, ກອງປະຊຸມສະຫະພັນບານເຕະສາກົນ ຄັ້ງທີ 74 ຈະຈັດຂຶ້ນໃນວັນທີ 17 ພຶດສະພາ ປີ 2024, ສ່ວນສະຖານທີ່ຈັດກອງປະຊຸມ ຍັງບໍ່ທັນຕົກລົງກັນເທື່ອ.

ຂ່າວ: CRI-FM93

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ