ວັນທີ 6 ພະຈິກນີ້, ພິທີໄຂເວທີປຶກສາຫາລື ນັກວິທະຍາສາດຍອດຢ້ຽມຂອງໂລກ ຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ. ເວທີປຶກສາຫາລືຄັ້ງນີ້ ຈັດຂຶ້ນໂດຍສະມາຄົມນັກວິທະຍາສາດຍອດຢ້ຽມໂລກ, ສະມາຄົມເຕັກນິກວິທະຍາສາດເຕັກໂນໂລຊີຈີນ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG. ຜູ້ຮັບລາງວັນໂນແບນ 27 ທ່ານ, ຜູ້ບັນດິດຈີນ 30 ກວ່າທ່ານ, ນັກວິທະຍາສາດຊາວໜຸ່ມ 50 ກວ່າທ່ານ ແລະ “ນັກວິທະຍາສາດເດັກນ້ອຍ” 100 ກວ່າຄົນ ໄດ້ເຂົ້າຮ່ວມເວທີປຶກສາຫາລື ໂດຍຜ່ານທາງອອນລາຍ ແລະ ອອຟລາຍ.
ໃນເວລາກ່າວຄຳປາໄສໃນພິທີໄຂເວທີປຶກສາຫາລື, ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມຂອງສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ກ່າວວ່າ, ເວທີປຶກສາຫາລືນັກວິທະຍາສາດຍອດຢ້ຽມຂອງໂລກ ຈະເຊື່ອມຕໍ່ສາຍສຳພັນຂອງປະຊາຄົມຮ່ວມຊາຕາກຳມວນມະນຸດຢ່າງສະໜິດແໜ້ນດ້ວຍກຳລັງວິທະຍາສາດ.
ໃນພິທີໄຂເວທີປຶກສາຫາລື ຍັງໄດ້ຈັດພິທີມອບລາງວັນຂອງສະມາຄົມນັກວິທະຍາສາດຍອດຢ້ຽມໂລກ ຄັ້ງທຳອິດ.
ຂ່າວ: CRI-FM93