Vientiane Times Lao
ຈັບຊາຍໜຸ່ມແອບອ້າງເປັນເຈົ້າໜ້າທີ່ 

ຈັບຊາຍໜຸ່ມແອບອ້າງເປັນເຈົ້າໜ້າທີ່ 

 ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ອາຊີບກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ເມື່ອມໍ່ໆມານີ້ໃນ ຂໍ້ຫາສໍ້ໂກງຊັບພົນລະເມືອງ ເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ແລະ ແລ່ນຮັບປະກັນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງໄດ້ທຸກແຂວງ ເຮັດໃຫ້ມີຄົນຫຼົງເຊື່ອ ແລະ ມີຜູ້ຕົກເປັນເຍື່ອ 2 ຄົນ ເສຍເງິນໃຫ້ຜູ້ກ່ຽວຫຼາຍກວ່າ 800 ລ້ານກີບ.

ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ໄດ້ກ່າວກ່ຽວກັບຄະດີດັ່ງກ່າວວ່າ: ກ່ອນຈະມີການຈັບຕົວທ້າວ ກິດຕິພອນ, ໃນວັນທີ 12 ມັງກອນ 2023 ທີ່ຜ່ານມາ, ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບເອກະສານຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍ ຢູ່ເມືອງສີສັດຕະນາກ ວ່າ: ໃນວັນທີ 8 ພະຈິກ 2022 ໄດ້ຖືກ ທ້າວ ກິຕິພອນ ຕົວະຍົວະຫຼອກລວງ ສໍ້ໂກງເອົາເງິນຂອງຕົນໄປ ຈໍານວນເງິນ 1,5 ລ້ານບາດ (ປະມານ 750 ລ້ານກີບ) ແລະ 4 ລ້ານກີບ ໂດຍແອບອ້າງເປັນເຈົ້າໜ້າທີ່ ປກສ ຮັບປະກັນເອົານ້ອງຊາຍຂອງຕົນອອກຈາກຄ້າຍຄຸມຂັງໄດ້ ພາຍໃນກໍານົດເວລາ 35 ວັນ, ຖ້າຄົບກໍານົດແລ້ວຍັງບໍ່ໄດ້ອອກແມ່ນ ສົ່ງເງິນຄືນ. ແຕ່ເຖິງປັດຈຸບັນ ທ້າວ ກິຕິພອນ ກໍ່ບໍ່ສາມາດແລ່ນຮັບປະກັນເອົານ້ອງຊາຍຂອງຕົນອອກຄ້າຍຄຸມຂັງໄດ້ຕາມຄຳອວດອ້າງ ເລີຍທວງເງິນຄືນ ແຕ່ຜູ້ກ່ຽວກໍ່ບ່າຍບ່ຽງ ແລະ ເອົາຕົວຫຼົບຫຼີກ.

ພັທ ສີພອນ ແຈ້ງໃຫ້ຮູ້ຕື່ມວ່າ: ນອກນັ້ນ ໃນເດືອນມັງກອນ ປີ 2021, ທ້າວ ກິຕິພອນ ໄດ້ໃຊ້ຮູບການດຽວກັນ ສໍ້ໂກງເອົາຊັບສິນປະຊາຊົນ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ໂດຍໄດ້ຕົວະວ່າ ເປັນຜູ້ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ເຊິ່ງມີຜູ້ເສຍຫາຍໜຶ່ງຄົນ ໄດ້ເອົາເງິນໃຫ້ ທ້າວ ກິຕິພອນ ຈໍານວນເງິນ 53 ລ້ານກີບ ມາຮອດປັດຈຸບັນກໍ່ຍັງບໍ່ໄດ້ເຂົ້າກຳລັງ ປກສ ຕາມຄໍາກ່າວອ້າງນັ້ນ.

ຄະດີດັ່ງກ່າວນີ້, ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ສະຫຼຸບຄະດີ ສົ່ງມອບໃຫ້ອົງການໄອຍະການປະຊາຊົນເຂດ I ນະຄອນຫຼວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ