ເຈົ້າໜ້າທີ່ ໜ່ວຍງານຄະດີອາຍາ-ເສດຖະກິດ ພະແນກຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ນໍາຕົວ ນາງ ກັນລະຍາ ອາຍຸ 30 ປີ ອາຊີບແມ່ເຮືອນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ໃນມື້ວານນີ້ ໃນຂໍ້ຫາກໍ່ເຫດສໍ້ໂກງຊັບພົນລະເມືອງ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ນາງ ກັນລະຍາ ໃຊ້ຮູບການຊື້ເຄື່ອງອຸປະໂພກ ແລະ ບໍລິໂພກ ຕາມຮ້ານຄ້າທົ່ວໄປ ເຊັ່ນ: ຊື້ ເບຍ, ຢາສູບ ແລະ ອື່ນໆ ຊຶ່ງວິທີການກໍ່ເຫດຂອງຜູ້ກ່ຽວແມ່ນຊື້ເຄື່ອງຕ່າງໆແລ້ວຈ່າຍເປັນເງິນໂອນຜ່ານບີຊີແອວວັນ ແຕ່ໃນການໂອນຂອງຜູ້ກ່ຽວ ແມ່ນບໍ່ໄດ້ກົດຢືນຢັນ ແລ້ວກໍເອົາໃຫ້ຮ້ານຄ້າທີ່ຜູ້ກ່ຽວຊື້ສິນຄ້າເບີ່ງ ແຕ່ທາງຮ້ານຄ້າເບີ່ງບໍ່ລະອຽດ, ຈາກນັ້ນຜູ້ກ່ຽວ ກໍໄດ້ຂັບຂີ່ລົດອອກໄປຢ່າງໄວ. ຈາກນັ້ນເຈົ້າຂອງຮ້ານໄດ້ກວດເບີ່ງບັນຊີບໍ່ເຫັນຈໍານວນເງິນດັ່ງກ່າວເຂົ້າບັນຊີ, ຈຶ່ງໄດ້ແຈ້ງຄວາມຕໍ່ກັບເຈົ້າໜ້າທີ່.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນເອງແມ່ນກໍ່ເຫດເຈຕະນາສໍ້ໂກງຊັບຂອງພົນລະເມືອງແທ້ ຜ່ານມາໄດ້ກໍ່ເຫດແບບລັກສະນະນີ້ມາແລ້ວ 5-6 ຄັ້ງ, ຕໍ່ກັບເຫດການນີ້ມີຜູ້ເສຍຫາຍຈໍານວນໜຶ່ງມາແຈ້ງຄວາມຕໍ່ເຈົ້າໜ້າທີ່ແລ້ວ.
ຕໍ່ກັບເຫດການນີ້ ນາງ ກັນລະຍາ ຈະຊົດໃຊ້ແທນຄືນໃຫ້ທຸກຄົນທີ່ຕົນໄດ້ໄປກໍ່ເຫດສໍ້ໂກງມາ.