ກອງບັນຊາການ ປກສ ແຂວງ ບໍ່ແກ້ວ, ຫ້ອງຕໍາ ຫຼວດ ພະແນກສືບສວນ-ສອບສວນ ເມືອງຫ້ວຍຊາຍ ແຈ້ງໃຫ້ ຮູ້ເມື່ອບໍ່ດົນມານີ້ວ່າ: ໄດ້ຈັບຕົວຜູ້ຖືກຫາ 3 ຄົນ ໃນຄະດີ ລັກພາຕົວ ເພື່ອຮຽກເອົາເງິນ ແລະ ສາມາດຊ່ວຍເຫຼືອຜູ້ ເຄາະຮ້າຍໄດ້ ໃນເວລາປະມານ 24 ໂມງ 25 ນາທີ ຂອງ ມື້ວັນທີ 7 ສິງຫາທີ່ຜ່ານມາ, ຫຼັງຈາກທີ່ເວລາປະມານ 23 ໂມງ 45 ທາງພະແນກສືບສວນ-ສອບສວນ ເມືອງຫ້ວຍ ຊາຍໄດ້ຮັບແຈ້ງຈາກເຈົ້າໜ້າທີ່ຂອງໂຮງແຮມຫ້ວຍຊາຍລີເວີໄຊ ທີ່ບ້ານໃຫ່ຍຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວວ່າ, ໄດ້ເກີດມີເຫດລັກພາຕົວ ຈຶ່ງໄດ້ແຈ້ງ ໃຫ້ອ້າຍນ້ອງຕໍາຫຼວດຢູ່ຈຸດກວດກາບ້ານນໍ້າເກິງຕິດຕາມ ແລະ ສາມາດຈັບກຸມຜູ້ກໍ່ເຫດໄດ້.
ຜູ້ຖືກລັກພາຕົວ ຊື່ ນາງດາລາທີບ ພານະສີ ອາຍຸ 35 ປີ ອາຊີບ ຄ້າຂາຍ ຢູ່ບ້ານໃຫ່ຍຫ້ວຍຊາຍເໜືອ ເມືອງຫ້ວຍ ຊາຍ.
ສ່ວນຜູ້ຖືກຫາ ທັງ 3 ຄົນ ຊື່ທ້າວ ເລ ພວງສີສອນເພັດ ອາຍຸ 40 ປີ ອາຊີບພະນັກງານຕໍາຫຼວດ ຢູ່ຫ້ອງສັນຕິ ບານ ປກສ ແຂວງບໍ່ແກ້ວ ສັນຊາດລາວ ຢູ່ບ້ານໃຫ່ຍ ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ, ທ້າວ ແສງແກ້ວ ເລີດຊົງສິດ ອາຍຸ 33 ປີ ອາຊີບພະນັກງານ ຕໍາຫຼວດຢູ່ ຫ້ອງການກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຢູ່ບ້ານນໍ້າຕອຍ ເມືອງຫ້ວຍຊາຍ ແລະ ທ້າວ ທອງດໍາ ອາຍຸ 39 ປີ ປະຊາຊົນ ບ້ານຈັນສະຫວ່າງ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ. ສາເຫດໃນການລັກພາຕົວໃນຄັ້ງນີ້ແມ່ນເພື່ອຮຽກເອົາເງິນຈໍານວນ 500.000 ບາດຈາກຜູ້ເຄາະຮ້າຍ.
ສ່ວນເຫດຈຸງໃຈໃນການກໍ່ເຫດໃນຄັ້ງນີ້ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ: ພະແນກສືບສວນ-ສອບສວນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ