Vientiane Times Lao
ຈຳນວນສັດປ່າ ແລະ ພືດພັນທີ່ຫາຍາກ ແລະ ໃກ້ຈະສູນພັນຂອງຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຈຳນວນສັດປ່າ ແລະ ພືດພັນທີ່ຫາຍາກ ແລະ ໃກ້ຈະສູນພັນຂອງຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ວັນທີ 22 ພຶດສະພາ ແມ່ນວັນ ຊີວະນານາພັນສາກົນ. ກົມຂະແໜງການປ່າໄມ້ແລະ ທົ່ງຫຍ້າແຫ່ງຊາດຈີນໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການສ້າງລະບົບເຂດສະຫງວນທຳມະຊາດທີ່ຖືເອົາສວນສາທາລະນະແຫ່ງຊາດເປັນຫຼັກ ແລະ ໂຄງການອະນຸລັກສັດແລະພືດປ່າ, ຈຳນວນສັດປ່າ ແລະ ພືດພັນທີ່ຫາຍາກ ແລະ ໃກ້ຈະສູນພັນຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະພາບແວດລ້ອມແຫ່ງການເພີ່ງພາອາໄສ ແລະ ຂະຫຍາຍພັນຂອງສັດ ແລະ ພືດປ່າໄດ້ ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ແລະ ການປົກປັກຮັກສາຊີວະນາໆພັນໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ.

ປັດຈຸບັນ, ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຫຼາຍກວ່າ 200 ຊະນິດ ໃນທົ່ວປະເທດຈີນໄດ້ເຂົ້າສູ່ໄລຍະຟື້ນຟູ ແລະ ມີຈຳນວນເພີ່ມຂຶ້ນເປັນກ້າວໆ, ພືດປ່າທີ່ໃກ້ຈະສູນພັນຫຼາຍກວ່າ 100 ຊະນິດໄດ້ຮັບການປົກປ້ອງສຸກເສີນ.

ອີງຕາມຜົນການຕິດຕາມນົກນ້ຳທົ່ວປະເທດໃນປີ 2024 ສະບັບຫຼ້າສຸດສະແດງໃຫ້ເຫັນວ່າ, ຈຳນວນນົກນ້ຳທີ່ຍົກຍ້າຍຖິ່ນເພື່ອຜ່ານລະດູໜາວຂອງຈີນມີເຖິງ 5 ລ້ານ 5 ໝື່ນ 9 ພັນໂຕ, ເຊີ່ງຖືເປັນສະຖິຕິສູງສຸດຂອງການຕິດຕາມນົກນ້ຳໃນຂອບເຂດທົ່ວປະເທດຈີນມາຮອດປະຈຸບັນ.

ຂ່າວ: CRI-FM93

Related Articles

Leave a Reply