Vientiane Times Lao
ຈີນຊ່ວຍລາວຫຼາຍດ້ານກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ

ຈີນຊ່ວຍລາວຫຼາຍດ້ານກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳ

ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳລະ​ຫ່ວາງ​ລາວ-ຈີນ ໄດ້ປະກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ຊຶ່ງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທີ່​ຈີນໄດ້​ລົງ​ທຶນ​ກໍ່​ສ້າງ ຢູ່ ສປປ ລາວ ​ເຊັ່ນ: ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 5, ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ​ແບບ​ຂັ້ນ​ໄດ​ເປັນ​ຕົ້ນ ​ໄດ້​ເຮັດ​ໃຫ້​ພາກ​ເໜືອຂອງ ​ລາວ​ໄດ້​ມີ​ໄຟຟ້າ ແລະ ນໍ້າເພື່ອ ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ພຽງ​ພໍ​, ຈີນຍັງໄດ້ຊ່ວຍ​ເຫຼືອລາວ​ ໃນ​ການ ກໍ່ສ້າງສູນ​ຂໍ້ມູນ ຊັບພະຍາກອນນໍ້າແຫ່ງຊາດລາວ, ສະຖານີອຸທົກກະສາດອັດຕະໂນມັດທີ່ທັນສະໄໝ 50 ກວ່າແຫ່ງໄດ້ຮັບ​ການ​ສ້າງ​ສຳ​ເລັດ ​ແລະ ​ເລີ່ມປະຕິບັດຢ່າງຕໍ່ເນື່ອງ, ການສຶກສາຄວາມປອດໄພຂອງເຂື່ອນ, ເປີດໂຄງການສາທິດນໍ້າດື່ມປອດໄພຕາມ​ລຳ​ດັບ.

ນອກນັ້ນຈີນ​ຍັງ​ໄດ້​ຊ່ວຍ​ປະ​ເທດ​ລາວໃນການ​ດຳ​ເນີນ​ການ​ວາງ​ແຜນ​ແມ່​ບົດ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ນ້ຳ​ແບບ​ສັງ​ລວມ​ຢູ່​ຕາມ​ແມ່​ນ້ຳ​ສາຍ​ສຳ​ຄັນ, ຈັດຝຶກອົບຮົມນັກວິຊາການ ແລະ ຜູ້ບໍລິຫານຄຸ້ມຄອງນໍ້າເປັນຈໍາ ນວນຫຼາຍ ຊຶ່ງເປັນການສະໜັບສະໜູນ​ດ້ານ​ວັດ​ຖຸ​ອຸ​ປະ​ກອນ ​ແລະ ​ສະ​ຕິ​ປັນ​ຍາ​ຢ່າງ​ແຂງ​ແຮງ​ໃຫ້​ແກ່ ລາວໃນ ການເພີ່ມທະວີການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າຢ່າງມີວິທະຍາສາດ ແລະ ອື່ນໆ.

ຂໍ້ມູນ-ພາບ: ສະຖານທູດຈີນ

Related Articles

Leave a Reply