ຫວ່າງມໍ່ໆມານີ້, ທ່ານ ຟາທິເຮິ ບີໂຣ ປະທານອົງການພະລັງງານສາກົນ ກ່າວວ່າ: ຈີນ ເປັນກຳລັງສຳຄັນໃນການພັດທະນາເຕັກນິກພະລັງງານສີຂຽວ.
ທ່ານ ບີໂຣ ກ່າວຕື່ມວ່າ: ຈີນ ແມ່ນຜູ້ສຳຄັນທີ່ຊຸກຍູ້ເຕັກນິກພະລັງງານສະອາດ ຢູ່ແຖວໜ້າໂລກ ໃນຂົງເຂດພະລັງງານແສງຕາເວັນ,ພະລັງລົມ, ລົດໄຟຟ້າ ແລະ ອື່ນໆ.
ໃນເດືອນທັນວາ ປີ2022, ອົງການພະລັງງານສາກົນ ໄດ້ປະກາດບົດລາຍງານພະລັງງານໝູນວຽນ ໃນປີ 2022 ໂດຍຄາດຄະເນວ່າ: ລະຫວ່າງ ປີ 2022-2027, ຈີນ ຈະກວມເກືອບເຄິ່ງໜຶ່ງຂອງຍອດຈຳນວນພະລັງງານໝູນວຽນທີ່ເພີ່ມໃໝ່ໃນໂລກ.
ໃນເວລາກ່າວເຖິງທ່ວງທ່າຂະຫຍາຍຕົວຂອງລາຄາພະລັງງານ, ທ່ານ ບີໂຣ ກ່າວວ່າ: ຍ້ອນປັດໄຈທາງການເມືອງພາກພື້ນ, ຄວາມຕ້ອງການພະລັງງານໃນທົ່ວໂລກ ແລະ ອື່ນໆ ຍັງບໍ່ມີຄວາມແນ່ນອນເທື່ອ, ປີ2023 ຈະເປັນປີທີ່ຫຍຸ້ງຍາກທີ່ສຸດສຳລັບຕະຫຼາດພະລັງງານ.
ອົງການພະລັງງານສາກົນ ເຄີຍຄາດຄະເນວ່າ: ການຕອບສະໜອງໃນຕະຫຼາດນ້ຳມັນດິບທົ່ວໂລກ ອາດຈະຂາດເຂີນຢ່າງຫຼວງຫຼາຍໃນໄຕມາດທີ3 ຂອງປີ 2023
ຂ່າວ: CRI-FM93