Vientiane Times Lao
ຈໍາປາສັກ ຈະຍົກລະດັບແຫຼ່ງທ່ອງທ່ຽວພູເຂົາໄຟລ້ານປີ​ ຈາກລະດັບເມືອງ ເປັນລະດັບແຂວງ

ຈໍາປາສັກ ຈະຍົກລະດັບແຫຼ່ງທ່ອງທ່ຽວພູເຂົາໄຟລ້ານປີ​ ຈາກລະດັບເມືອງ ເປັນລະດັບແຂວງ

ອໍານາດການປົກຄອງແຂວງຈໍາປາສັກ ມີແຜນຍົກລະດັບແຫຼ່ງທ່ອງທ່ຽວພູເຂົາໄຟລ້ານປີ​ ຈາກລະດັບຂອງເມືອງປາກຊ່ອງ ເປັນລະດັບຂອງແຂວງຈໍາປາສັກ ແລະ ລະດັບຊາດ ໃນອະນາຄົດ.

ໃນວັນທີ 16 ກຸມພາ 2025 ຜ່ານມານີ້,​ ທ່ານ​ ອາລຸນໄຊ ສູນນະລາດ​ ເຈົ້າແຂວງຈໍາປາສັກ​ ພ້ອມດ້ວຍ​ພາກສ່ວນທີ່ກ່ຽວຂ້ອງ ແລະ​ ສະມາຄົມ​ນັກທຸລະກິດ​ໜຸ່ມປາກຊ່ອງ​ ໄດ້ເຄື່ອນໄຫວຢ້ຽມຢາມຈຸດພັດທະນາການທ່ອງທ່ຽວປາກພູເຂົາໄຟລ້ານປີ (ພູກະເຕະ) ທີ່ບ້ານໜອງຢາເທິງ ເມືອງປາກຊ່ອງ.​

ປາກພູເຂົາໄຟລ້ານປີ ມີເນື້ອທີ່​ 5 ເຮັກຕາ,​ ມີຄວາມອຸດົມສົມບູນ,​ ມີທໍາມະຊາດທີ່ສວຍສົດງົດງາມ,​ ມີຄວາມສູງ 1.300 ແມັດ,​ ເສັ້ນທາງຍ່າງອ້ອມປາກພູໄຟ​ 1.300 ແມັດ, ກວມ​ 5 ບ້ານ​ ຄື: ບ້ານໜອງຢາລຸ່ມ,​ ໜອງຢາເທິງ,​ ໜອງສໍາພັນ,​ ຫ້ວຍຫວາຍ ແລະ​ ບ້ານພູດ້າມຂວານ.

ໃນໂອກາດດັ່ງກ່າວ, ທ່ານ​ ອາລຸນໄຊ ສູນນະລາດ​ ໄດ້ໃຫ້ທິດຊີ້ນໍາ​ໂດຍມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາສັກ ສົມທົບກັບສະມາຄົມທ່ອງທ່ຽວແຂວງ, ສະມາຄົມນັກທຸລະກິດໜຸ່ມ ແລະ ຜູ້ພັດທະນາປາກພູເຂົາໄຟລ້ານປີ ທີ່ບ້ານໜອງຢາເທິງ ເພື່ອຍົກລະດັບເປັນການທ່ອງທ່ຽວ​ ຈາກລະດັບເມືອງ ເປັນລະດັບແຂວງ ແລະ ລະດັບຊາດ.

ພ້ອມກັນນັ້ນ, ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງຮ່ວມກັນວາງແຜນ ເພື່ອຈະດຶງດູດພາກສ່ວນທີ່ສົນໃຈຈະມາລົງທຶນໃນການພັດທະນາຈຸດດັ່ງກ່າວ​ ຕົ້ນຕໍແມ່ນພັດທະນາພື້ນຖານໂຄງລ່າງ​ ໂດຍສະເພາະແມ່ນເສັ້ນທາງ​ ໄລຍະ​ 17 ກິໂລແມັດ​ ຫ່າງຈາກຕົວເມືອງປາກຊ່ອງ, ສ້າງສະຖານທີ່ບໍລິການ, ຮ້ານອາຫານ,​ ຮ້ານກາເຟ​ ແລະ​ ສະຖານທີ່ພັກເຊົາ ໃຫ້​ສາມາດພັດທະນາເປັນວົງຈອນການທ່ອງທ່ຽວໃນເຂດພູພຽງບໍລະເວນ ​ເພື່ອດຶງຕະຫຼາດລາຍໃຫຍ່ ເພື່ອປະກອບສ່ວນໃນການພັດ ທະນາ ໂດຍໃຫ້ເລີ່ມຈາກສະມາຊິກໃນກຸ່ມນັກທຸລະກິດໜຸ່ມ ຫຼື ພາກສ່ວນອື່ນໆ ທີ່ມີຄວາມສົນໃຈ.

ທີ່ມາ: ວສລ

Related Articles

Leave a Reply