ຊາຍໜຸ່ມ ຊື່ທ້າວ ໂອບີ່ ອາຍຸ 21 ປີ ປະຊາຊົນຢູ່ບ້ານ ປາກກະດິງເໜືອ ເມືອງ ປາກກະດິງ ແຂວງບໍລິຄຳໄຊ ອະນາຄົດດັບຍ້ອນຄິດຜິດພົວພັນກັບຢາເສບຕິດປະເພດກັນຊາ ໂດຍການຄ້າຂາຍ ແລະ ຂົນສົ່ງໄດ້ຖືກເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊຈັບເມື່ອມໍ່ໆມານີ້ພ້ອມຂອງກາງປະເພດ ກັນຊາແຫ້ງອັດແທ່ງ ຈໍານວນ 101 ແທ່ງ, ນໍ້າໜັກ 105 ກິໂລກຼາມ ພາຍຫຼັງທີ່ຜູ້ກຽ່ວໄດ້ໄປຮັບເອົາກັນຊາດັ່ງກ່າວຈາກບໍລິສັດຂົນສົ່ງແຫ່ງໜຶ່ງເພື່ອເອົາມາໄວ້ເຮືອນຜູ້ກ່ຽວ ແລະ ສົ່ງຂາຍໃຫ້ຜູ້ຮ່ວມຂະບວນການຢູ່ປະເທດເພື່ອນບ້່ານ.
ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ທ້າວ ໂອບີ່ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ຮ່ວມກັບຜູ້ຮ່ວມຂະບວນການຢູ່ ເມືອງ ຄໍາເກີດ ແລະ ຢູ່ບ້ານປາກກະດິງເໜືອ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດກັນຊາມາແລ້ວ 3 ຄັ້ງ ເຊິ່ງແຕ່ລະຄັ້ງແມ່ນຜູ້ຮ່ວມຂະບວນການຢູ່ເມືອງ ຄໍາເກີດ ໄດ້ຝາກກັນຊາຜ່ານບໍລິສັດຂົນສົ່ງແຫ່ງໜຶ່ງມາລົງທີ່ສາຂາ ບ້ານ ປາກກະດິງເໜືອ ຈາກນັ້ນຜູ້ກ່ຽວກໍໄດ້ສົ່ງໄປໃຫ້ຜູ້ຮ່ວມຂະບວນການຢູ່ປະເທດໃກ້ຄຽງ, ຄັ້ງສຸດທ້າຍກໍຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈໍານວນດັ່ງກ່າວ.
ຂ່າວ: ປກສ ບໍລິຄຳໄຊ