Visit BigblueAgency
ຊາວກະສິກອນລາວຈະໄດ້ໃຊ້ຝຸ່ນຊີວະພາບດ້ວຍຂີ້ຕົມໃນອະນາຄົດ

ຊາວກະສິກອນລາວຈະໄດ້ໃຊ້ຝຸ່ນຊີວະພາບດ້ວຍຂີ້ຕົມໃນອະນາຄົດ

ກຸ່ມມາລີນີກຽມສ້າງໂຮງງານຜະລິດຝຸ່ນຊີວະພາບດ້ວຍດິນຕົກຕະກອນ ຫຼືວ່າ ຂີ້ຕົມຕາມຮ່ອງລະບາຍນໍ້າຫຼັງຈາກທີ່ກຸ່ມ ດັ່ງກ່າວໄດ້ຮັບອະນຸຍາດຈາກລັດຖະບານໃນບໍ່ດົນມານີ້, ໂດຍມີການເຊັນສັນຍາຮ່ວມມືກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

ໂຮງງານ ແລະ ເຂດທີ່ຈະໃຊ້ດິນຕົກຕະກອນດັ່ງກ່າວນັ້ນ ແມ່ນ ຢູ່ເຂດບ້ານນາສ້າງໄພ ແລະ ບ້ານຂາມງອຍ  ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລວມເນື້ອທີ່ສໍາປະທານທັງໝົດ 10 ເຮັກຕາເປັນ ບ່ອນພັດທະນາ.

ໂຮງງານດັ່ງກ່າວະສາມາດຜະລິດຝຸ່ນຊີວະພາບໄດ້ 15 ພັນໂຕນຕໍ່ປີ ທີ່ຈະຂາຍໃຫ້ແກ່ຊາວກະສິກອນພາຍໃນປະເທດ.

ການຜະລິດຝຸ່ນຊີວະພາບແມ່ນຕິດພັນກັບການບຳບັດນໍ້າເປື້ອນກ່ອນໄຫຼລົງສູ່ແມ່ນໍ້າໃຫຍ່.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply