ການພົວພັນທາງທຸລະກິດແມ່ນ ຄວາມຕ້ອງການ ແລະ ແມ່ນປັດໄຈທີ່ຈໍາເປັນໃນການພັດທະນາ ຂອງ ສປປ ລາວ ເພາະມັນຈະດຶງດູດນັກທຸລະກິດ ຕ່າງປະເທດ ເຂົ້າມາລົງທຶນໂດຍກົງໂດຍສະເພາະ ແມ່ນການລົງທຶນທີ່ມາຈາກ ສປ ຈີນ.

ສປ ຈີນ ໄດ້ກາຍ ເປັນປະເທດທີ່ມີການລົງທຶນອັນດັບໜຶ່ງຢູ່ໃນ ສປປ ລາວ. ໜັງສືພິມວຽງຈັນທາຍໄດ້ສຳພາດທ່ານ ເວິ້ນເຢົ່າເຊີນ ຜູ້ຈັດການບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈຳກັດຜູ້ດຽວ ແລະ ບໍລິສັດຊີມັງອຸດົມໄຊຈຽງເກີ ຈຳກັດຜູ້ດຽວ. ສອງບໍລິສັດດັ່ງກ່າວ ຕັ້ງຢູ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ທາງພາກເໜືອຂອງປະເທດລາວ, ຊຶ່ງແມ່ນບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈຳກັດ ເປັນຜູ້ລົງທຶນ ເພື່ອຜະລິດຊີມັງຍີ່ຫໍ້ກາຊ້າງສາມໂຕ ແລະ ທັງເປັນໂຄງການຕົ້ນຕໍຕາມຂໍ້ລິເລິ່ມ (ໜຶ່ງແລວທາງ-ໜຶ່ງເສັ້ນທາງ) ຂອງສປ ຈີນ.
ທ່ານ ເວິ້ນເຢົ່າເຊີນ ໄດ້ກ່າວວ່າ ສຸດທີ່ດີອົກດີໃຈທີ່ໄດ້ໃຫ້ສຳພາດ ໜັງສືພິມວຽງຈັນທາຍ, ເພີ່ນໄດ້ບອກຜູ້ສຳພາດວ່າ: ເຮົາເອງແມ່ນມາແຕ່ແຂວງກຸ່ຍໂຈ ສປ ຈີນ, ໃນປີ 2017 ບໍລິສັດຊີມັງກຸ່ຍໂຈຈຽງເກີ ຈຳກັດ ໄດ້ແຕ່ງຕັ້ງຕົນເອງມາຮັບຜິດຊອບ ວຽກງານຂອງສອງໂຮງງານຢູ່ ສປປ ລາວ ຊຶ່ງເປັນເວລາ 3 ປີແລ້ວ.
ຖາມ: ທ່ານ ເວີ່ນເຢົ່າເຊີນ!ເຊີນທ່ານເວົ້າເຖິງຄວາມປະທັບໃຈ ຂອງທ່ານຕໍ່ ສປປ ລາວ ເປັນແນວໃດ?.
ຕອບ: ຂ້າພະເຈົ້າຮູ້ສຶກວ່າ ການທີ່ບໍລິສັດຈຽງເກີ ແຕ່ງຕັ້ງຂ້າພະເຈົ້າມາເຮັດວຽກຢູ່ລາວນີ້ ແມ່ນໂຊກດີທີ່ສຸດ, ຫຼາຍປີຜ່ານມາ ການຮ່ວມມືທາງການຄ້າ ລະຫວ່າງ ສປປ ລາວ ແລະ ສປປ ຈີນ ໄດ້ມີການພົວພັນຢ່າງເລີກເຊິ່ງ ແລະ ຕໍ່ເນື່ອງ, ການພົວພັນທາງການຄ້າ ກໍ່ຍິ່ງນັບມື້ນັບດີຂື້ນ ແລະ ມີຄວາມໃກ້ຊິດກັນຫຼາຍ, ຄວາມຮູ້ສືກຂອງປະຊາຊົນທັງສອງປະເທດ ກໍ່ຍິ່ງສະໜິດສະໜົມຢ່າງເລີກເຊິ່ງ. ການພັດທະນາທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ຂອງສປປ ລາວ ເປັນທ່າແຮງທີ່ດີທາງດ້ານການຕະຫຼາດ ແລະ ການລົງທຶນ. ທັງນີ້ກໍ່ເພື່ອເຮັດໃຫ້ວິສາຫະກິດຂອງພວກເຮົາໄດ້ມີການຂະຫຍາຍຕົວຢູ່ໃນລາວ, ປະກອບສ່ວນກໍ່ສ້າງ ແລະ ພັດທະນາ ສປປ ລາວຢ່າງບໍ່ມີການຈຳກັດ. ໃນທີ່ຈິງແລ້ວ ເຫັນວ່າ ການມາລົງທຶນຢູ່ ສປປ ລາວ ຂອງພວກເຮົາ ແມ່ນເປັນການລົງທຶນທີ່ເໝາະສົມ ແລະ ມີອະນາຄົດທີ່ສົດໃສໃນການລົງທຶນພັດທະນາ.

ຖາມ: ທ່ານ ເວິ້ນເຢົ່າເຊີນ!ຫວ່າງໜຶ່ງນີ້ ທ່ານ ໄດ້ເວົ້າເຖິງຄວາມປະທັບໃຈ, ເມື່ອໄດ້ຟັງແລ້ວ ພວກເຮົາຮູ້ສຶກວ່າ ການຮ່ວມມື ທາງດ້ານການຄ້າ ລາວ-ຈີນ ມີການພົວພັນອັນຍາວໄກ ແລະ ເລີກເຊິ່ງຫຼາຍ, ຄວາມຮູ້ສຶກຂອງສອງຊາດລາວ-ຈີນ ເໝືອນຢູ່ໃນຄອບຄົວດຽວກັນ. ສະນັ້ນ, ພວກເຮົາຈຶ່ງຢາກຮູ້ລາຍລະອຽດກ່ຽວກັບ ສະພາບການມາລົງທຶນໃສ່ສອງໂຮງງານຊີມັງ ຂອງບໍລິສັດຈຽງເກີພວກທ່ານຕື່ມອີກ, ເຊີນທ່ານຊີ້ແຈງຕື່ມແດ່ວ່າເປັນແນວໃດ?.
ຕອບ: ໄດ້! ຕໍ່ໄປນີ້ເຮົາຈະແນະນໍາໂດຍຫຍໍ້ ກ່ຽວກັບສະພາບການລົງທຶນ ໃສ່ສອງໂຮງງານຊີມັງຂອງພວກເຮົາ. ບໍລິສັດພວກເຮົາແມ່ນຂຶ້ນກັບ ກຸ່ມບໍລິສັດຂະໜາດໃຫຍ່ແຫ່ງໜຶ່ງຢູ່ ສປ ຈີນ ນັ້ນຄື ກຸ່ມບໍລິສັດຊຽງເມິງຢົງຟູກຸ່ຍ ທີ່ມີແຜນລົງທຶນເຂົ້າໃນສປປ ລາວເຖິງ 800.000.000 ໂດລາສະຫະລັດ. ປະຈຸບັນນີ້, ບໍລິສັດຈຽງເກີໃນກຸ່ມບໍລິສັດຊຽງເມິງຢົງຟຸກຸ່ຍ ໄດ້ລົງທຶນໃສ່ສອງໂຮງງານຊີມັງຢູ່ ສປປ ລາວ ຄື: ໂຮງງານຊີມັງຫຼວງພະບາງຈຽງເກີ ຕັ້້ງຢູ່ບ້ານໂພນມະນີ, ເມືອງນໍ້າບາກ, ແຂວງຫຼວງພະບາງ ແລະ ໂຮງງານຊີມັງອຸດົມໄຊຈຽງເກີ ຕັ້ງຢູ່ບ້ານນາທົ່ງ, ເມືອງນາໝໍ້, ແຂວງອຸດົມໄຊ. ການລົງທຶນໃນໄລຍະທີໜຶ່ງຢູ່ ສປປ ລາວ ແມ່ນ 210.000.000 ໂດລາສະຫະລັດ. ຫຼັງຈາກສອງໂຮງງານຊີມັງກໍ່ສ້າງສໍາເລັດແລ້ວ, ສາມາດຜະລິດຊີມັງໄດ້ 4.000.000 ໂຕນ/ປີ, ຜະລິດກະແສໄຟຟ້າຈາກຄວາມຮ້ອນເສດເຫຼືອໄດ້ 100.000.000 ກິໂລວັດໂມງ, ສາມາດແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນໃນລາວໄດ້ເຖິງ 1.000 ກ່ວາຄົນ. ວິໄສທັດຂອງບໍລິສັດພວກເຮົາແມ່ນ: ເປັນບໍລິສັດຂ້າມຊາດໃນຫຼາຍປະເທດ ທີ່ມີທຸລະກິດທີ່ມີຄວາມສາມາດໃນການແຂ່ງຂັນໄດ້ສູງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ຫຼາຍປີຜ່ານມານີ້ ບໍລິສັດຍົກສູງຄວາມສາມັກຄີເພື່ອຄວາມສຳເລັດໃນອະນາຄົດໃຫ້ເປັນໃຈກາງທາງຈິດສຳນຶກ, ຍືດໝັ້ນ (ຄວາມຈີງໃຈເປັນຕົ້ນຕໍ, ຄວາມສາມັກຄີເພື່ອພ້ອມກັນຊະນະ) ໃຫ້ເປັນທຸລະກິດທາງຈິດສໍານຶກ.

ຖາມ: ຫວ່າງໜຶ່ງນີ້ ໄດ້ຟັງທ່ານແນະນໍາບໍລິສັດໄປແລ້ວ, ມີປະເດັນໜຶ່ງທີ່ທ່ານເວົ້າວ່າ: ບໍລິສັດຈຽງເກີນັ້ນ ແມ່ນຂຶ້ນກັບກຸ່ມບໍລິສັດຂະໜາດໃຫຍ່ຢູ່ ສປ ຈີນ, ພວກເຮົາກໍຢາກຟັງທ່ານແນະນໍາຕື່ມ? ຂອບໃຈ!
ຕອບ: ເຈົ້າຂອງຜູ້ລົງທຶນໃສ່ໂຮງງານຊີມັງທັງສອງແຫ່ງຢູ່ ສປປ ລາວນີ້ ແມ່ນບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈໍາກັດ, ບໍລິສັດຊີມັງຈຽງເກີ ແມ່ນຂຶ້ນກັບກຸ່ມບໍລິສັດຊຽງເມິງຢົງຟູກຸ່ຍ ສປ ຈີນ. ທຸລະກິດຕົ້ນຕໍຂອງກຸ່ມບໍລິສັດ ແມ່ນຊີ້ນຳເລື່ອງການຜະລິດຊີມັງເປັນຕົ້ນຕໍ ແລະ ກ່ຽວພັນກັບການລົງທຶນດ້ານຮຸ້ນ, ອະສັງຫາລິມະຊັບ, ກະສີກໍາ, ຜະລິດຢາຊີວະພາບ, ຜະລິດເຕັກໂນໂລຍີ ທີ່ທັນສະໄໝ, ການນຳເຂົ້າດ້ານການພົວພັນທາງການຄ້າ ແລະ ທຸລະກິດໃນຂົງເຂດອື່ນໆທີ່ກ່ຽວຂ້ອງ, ຊຶ່ງມີມູນຄ່າການຜະລິດໄດ້ 10 ຕື້ຢວນ/ປີຂຶ້ນໄປ.
ຖາມ: ທ່ານເວີ່ນ! ພວກເຮົາກໍຢາກຮູ້ວ່າ: ເປັນຫຍັງຈຶ່ງເລືອກມາລົງທຶນຢູ່ ສປປ ລາວ?.
ຕອບ: ການລົງທຶນໃສ່ໂຮງງານຊີມັງຢູ່ລາວ ແມ່ນອີງຕາມຂໍ້ລິເລີ່ມ (ໜຶ່ງແລວທາງ-ໜຶ່ງເສັ້ນທາງ) ທີ່ທ່ານ ສີ ຈີ້ນຜີງ ເລຂາທິການໃຫຍ່ ຂອງສປ ຈີນ ເປັນຜູ້ວາງອອກ. ເດືອນ 5 ປີ 2017 ສປປ ລາວ ແລະ ສປ ຈີນ ໄດ້ເຊັນສັນຍາຮ່ວມມືພ້ອມກັນເລັ່ງຊຸກຍູ້ ການກໍ່ສ້າງແຜນແມ່ບົດ (ໜຶ່ງແລວທາງ-ໜຶ່ງເສັ້ນທາງ), ກໍ່ສ້າງເສດຖະກິດຂອງສອງປະເທດໃຫ້ມີການພັດທະນາໄວ. ຕາມການພັດທະນາເສດຖະກິດການຄ້າ ຂອງສອງປະເທດລາວ-ຈີນທີ່ໄດ້ນັບມື້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ, ພວກເຮົາຄິດວ່າໃນອະນາຄົດນີ້ ສປປ ລາວ ຈະເປັນປະເທດທີ່ກ້າວເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ, ການພັດທະນາເສດຖະກິດ ກໍ່ຕ້ອງໃຫ້ມີພື້ນຖານໂຄງລ່າງທີ່ກ້ວາງໃຫຍ່ ແລະ ຕະຫຼາດຊີມັງທີ່ເປັນທ່າແຮງໃນອະນາຄົດຂອງລາວກໍ່ຈະຍິ່ງໃຫຍ່ຂຶ້ນ. ນອກນີ້, ລະບົບການປົກຄອງຂອງລັດຖະບານລາວ ແລະ ລັດຖະບານຈີນ ກໍ່ມີລັກສະນະຄ້າຍຄືກັນ, ສອງຊາດລາວ-ຈີນກໍ່ເປັນປະເທດຄູ່ຮ່ວມຊາຕາກໍາດຽວ, ປະຊາຊົນລາວມີຄວາມເບີກບານມ່ວນຊື່ນ ແລະ ລຽບງ່າຍ. ເງື່ອນໄຂເຫຼົ່ານີ້ ກໍ່ເພື່ອເປັນການສະໜອງພື້ນຖານທີ່ໜັກແໜ້ນອັນຍາວໄກໃຫ້ວິສາຫະກິດຂອງພວກເຮົາ.
ຖາມ: ທ່ານຄິດວ່າສອງໂຮງງານນີ້ ສາມາດປະກອບສ່ວນຫຍັງແດ່ໃຫ້ສັງຄົມລາວ?.
ຕອບ: ກ່ອນອື່ນໝົດ, ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ທ້ອງຖິ່ນ, ພາໃຫ້ຂອບເຂດອ້ອມຂ້າງມີການຊົມໃຊ້, ພ້ອມນີ້ ກໍ່ໄດ້ສ້າງລາຍຮັບທາງອາກອນໃຫ້ລັດຖະບານທ້ອງຖິ່ນເປັນຈຳນວນຫຼາຍ. ອີກຢ່າງໜຶ່ງ, ທາງພາກເໜືອຂອງລາວ ກໍ່ບໍ່ຈໍາເປັນສັ່ງຊື້ຊີມັງໃນລາຄາສູງຈາກຕ່າງປະເທດ, ຊຶ່ງອາດຫຼຸດຜ່ອນຕົ້ນທຶນການກໍ່ສ້າງໄປຫຼາຍເຕີບ, ພວກເຮົາຈະສະໜອງຜະລິດຕະພັນທີ່ມີຄຸນນະພາບສູງຢ່າງລຽນຕິດ ໃຫ້ທາງດ່ວນແຕ່ວັງວຽງຂຶ້ນໄປຈົນເຖິງບໍ່ເຕັນ, ເຂື່ອນໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ. ສຸດທ້າຍ, ກໍ່ພາໃຫ້ຮູບແບບການຄຸ້ມຄອງວິສາຫະກິດທາງພາຍໃນປະເທດ ໃຫ້ມີຄວາມຊຳນານງານ ຕໍ່ເຄື່ອງຈັກອຸປະກອນ ແລະ ເຕັກນິກທີ່ກ້າວໜ້າທີ່ສຸດ ເພື່ອບຳລຸງໃຫ້ຄົນໃນທ້ອງຖິ່ນ ກາຍເປັນບຸກຄະລາກອນດີເດັ່ນ ຕໍ່ວຽກງານຄຸ້ມຄອງທີ່ທັນສະໄໝ.
ຖາມ: ຢູ່ໃນລາວ, ນອກຈາກຂົງເຂດຊີມັງແລ້ວ ຍັງມີຄວາມຫວັງທີ່ຈະລົງທຶນໃສ່ຂົງ ເຂດໃດຕື່ມອີກ ໃນອະນາຄົດນີ້?.
ຕອບ: ຂອບເຂດທຸລະກິດຂອງກຸ່ມບໍລິສັດພວກເຮົາ ແມ່ນທຸລະກິດຫຼາຍປະເພດ ທີ່ເປັນຂົງເຂດການພັດທະນາລວມຂອງວິສາຫະກິດໜຶ່ງ. ບາດກ້າວຕໍ່ໄປ, ພວກເຮົາຈະລົງທຶນສ້າງເຂດອຸດສາຫະກໍາ, ລະບົບແຜນຜັງໃນຕົວເມືອງ ແລະ ສ້າງໂຮງງານຜະລິດພະລັງງານຄວາມຮ້ອ ນຈາກສິ່ງເສດເຫຼືອຂອງໂຮງງານອີກ.