Vientiane Times Lao
ຍທຂ ນະຄອນຫຼວງວຽງຈັນ ຈະປິດການສັນຈອນຊົ່ວຄາວ ຢູ່ 3 ຈຸດ ເພື່ອກໍ່ສ້າງວາງທໍ່ສົ່ງນໍ້າເປື້ອນຂ້າມທາງ

ຍທຂ ນະຄອນຫຼວງວຽງຈັນ ຈະປິດການສັນຈອນຊົ່ວຄາວ ຢູ່ 3 ຈຸດ ເພື່ອກໍ່ສ້າງວາງທໍ່ສົ່ງນໍ້າເປື້ອນຂ້າມທາງ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ) ອອກແຈ້ງການໃນວັນທີ 3 ກຸມພາ 2025ວ່າ: ຈະປິດການສັນຈອນຊົ່ວຄາວ ຢູ່ 3 ຈຸດ ຄື: ຖະໜົນໂພນໄຊ, ຖະໜົນສະພັງໝໍ້ ແລະ ຖະໜົນດົງປາຍນາ ເພື່ອຫຼີກເວັ້ນຕໍ່ຜົນກະທົບໃນການສັນຈອນໃຫ້ໜ້ອຍທີ່ສຸດ ໃນການກໍ່ສ້າງວາງທໍ່ສົ່ງນໍ້າເປື້ອນຂ້າມທາງ ຊຶ່ງການກໍ່ສ້າງ ຈະໄດ້ດໍາເນີນໃນວັນເສົາ ແລະ ອາທິດ ຄື:

ຈຸດທີ 1: ຖະໜົນ ໂພນໄຊ ແຕ່ໄຟແດງໂພນໄຊ ໄປຫາບ້ານໂພນສີນວນ ຈະດໍາເນີນການກໍ່ສ້າງວາງທໍ່ນໍ້າເປື້ອນ ໃນວັນທີ 8-9 ກຸມພາ 2025 ເວລາ 7:00-24:00 ໂມງ. ຈຸດທີ 2: ຖະໜົນບ້ານສະພັງໝໍ້ ໄປຫາບ້ານນາໄຊ (ໂບດນາໄຊ) ຈະດໍາເນີນການກໍ່ສ້າງວາງທໍ່ນໍ້າເປື້ອນ ໃນວັນທີ 15-16 ກຸມພາ 2025 ເວລາ 7:00-24:00 ໂມງ. ຈຸດທີ 3: ຖະໜົນ ດຶງປາຍນາ (ສູນອອກກຳລັງກາຍແສງດາລາ ໄປຫາ ໂຮງຮຽນລັດຕະນະ) ຈະດໍາເນີນການກໍ່ສ້າງວາງທໍ່ນໍ້າເປື້ອນ ໃນວັນທີ 22-23 ກຸມພາ 2025 ເວລາ 7:00-24:00 ໂມງ.

ຖ້າທ່ານໃດມີແຜນເດີນທາງໄປເຂດດັ່ງກ່າວ ແມ່ນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງອື່ນ ຫຼື ທ່ານໃດທີ່ອາໄສຢູ່ເຂດນັ້ນ ກໍ່ຂໍໃຫ້ຄວາມຮ່ວມມື ແລະ ມີຄວາມລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມເຈົ້າໜ້າທີ່ອໍານວຍຄວາມສະດວກ ຫຼື ໄປຕາມເສັ້ນທາງເວັ້ນ ທີ່ທາງເຈົ້າໜ້າທີ່ໄດ້ກຳນົດໄວ້.

Related Articles

Leave a Reply