ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຜົ້ງສາລີ ໄດ້ອອກແຈ້ງການ ເມື່ອວັນທີ່ 15 ກໍລະກົດ 2021 ທີ່ຜ່ານມາ ເຖິງຫົວໜ້າ ຍທຂ 7 ເມືອງພາຍໃນແຂວງ, ບໍລິສັດຂົນສົ່ງໂດຍສານ ແລະ ບໍລິສັດຂົນສົ່ງສິນຄ້າພາຍໃນແຂວງໃຫ້ໂຈະການຂົນສົ່ງລະຫວ່າງແຂວງຜົ້ງສາລີ ຫາແລະ ແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງອຸດົມໄຊ ເປັນການຊົ່ວຄ່າວນັບແຕ່ວັນທີ 15 ກໍລະກົດ 2021 ເປັນຕົ້ນໄປເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າບັນດາແຂວງດັ່ງກ່າວມີຄວາມສ່ຽງໃນການ ແຜ່ລະບາດຂອງພະຍາດໂຄວີດ-19, ສະເພາະລົດສ່ວນຕົວ ແລະ ລົດລັດທີ່ເດີນທາງເຂົ້າ-ອອກແຂວງຜົ້ງສາລີ ໃຫ້ເຈົ້າໜ້າທີ່ຄະນະສະເພາະກິດຢູ່ຈຸດກວດຕ່າງໆປະຕິບັດຕາມຂັ້ນຕອນ ແລະ ລະບຽບການໃນການປ້ອງກັນ ພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.
ສ່ວນລາຍລະອຽດຕ່າງໆລະບຸໄວ້ຕາມການແຈ້ງການດັ່ງລຸ່ມນີ້:
