Vientiane Times Lao
ຍອດຜູ້ປ່ວຍໄຂ້ຍຸງລາຍ ຍັງເພີ່ມຂຶ້ນເລື້ອຍໆ ສະສົມແລ້ວ 7.933 ກໍລະນີ

ຍອດຜູ້ປ່ວຍໄຂ້ຍຸງລາຍ ຍັງເພີ່ມຂຶ້ນເລື້ອຍໆ ສະສົມແລ້ວ 7.933 ກໍລະນີ

ນັບແຕ່ຕົ້ນເດືອນມັງກອນ 2024 ມາຮອດວັນທີ 22 ກໍລະກົດ 2024 ນີ້, ທົ່ວປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 7.933 ກໍລະນີ ຊຶ່ງແຂວງເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 1.908 ກໍລະນີ, ຮອງລົງມາ ນະຄອນຫຼວງວຽງຈັນ 1.841 ກໍລະນີ ແລະ ແຂວງ ອື່ນໆ, ໃນນັ້ນ ມີຜູ້ເສຍຊິວິດ ສະສົມແລ້ວ 6 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ເຊກອງ 1 ຄົນ ແລະ ແຂວງ ຫຼວງພະບາງ 2 ຄົນ).

ອີງຕາມຂໍ້ມູນຂ່າວຈາກຫຼາຍແຂວງໃນທົ່ວປະເທດ ລາຍງານວ່າ: ປະຈຸບັນ ບັນດາຫ້ອງການ ສາທາລະນະສຸກແຂວງ, ເມືອງຕ່າງໆ ກໍໄດ້ມີມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍສະເພາະ ໄດ້ສຸມໃສ່ໂຄສະນາສຸຂະສຶກສາໃນແຕ່ລະບ້ານ, ພ້ອມນີ້ ຍັງສົ່ງທີມງານວິຊາການ ລົງໄປໂຄສະນາເຜີຍແຜ່ຂໍ້ມູນ ແລະ ປຸກລະດົມ ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ຢູ່ພາຍໃນບ້ານຕ່າງໆ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ ຂອງໄຂ້ຍຸງລາຍ, ວິທີການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງໄຂ້ຍຸງລາຍ, ແຕ່ການລະບາດໄຂ້ຍຸງລາຍ ຍັງບໍ່ມີທ່າທີວ່າຈະຫຼຸດລົງເທື່ອ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ ນັ້ນ ໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ.

Related Articles

Leave a Reply