Vientiane Times Lao
ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ

ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ແຂວງບໍ່ແກ້ວ

ທີມງານຂຸດຄົ້ນວັດຖຸບູຮານ ຫຼຶ ພຣະພຸດທະຮູບ ຍັງສຶບຕໍ່ຄົ້ນພົບພຣະພຸດທະຮູບ ຫຼາຍຮູບ ຢູ່ທີ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຊຶ່ງການຂຸດຄົ້ນກອບກູ້ພຣະພຸດທະຮູບ ປະກອບ ມີ 2 ໄລຍະ.

ໄລຍະທີ1: ແມ່ນເລີ່ມການຂຸດຄົ້ນແຕ່ວັນທີ 14 ມີນາ – 6 ເມສາ 2024 ເປັນເວລາ 24 ວັນ ຊຶ່ງສາມາດກອບກູ້ພຣະພຸດທະຮູບ ທີ່ຝັ່ງຢູ່ພື້ນແຮ່-ຊາຍ ທີ່ມີອາຍຸຫຼາຍຮ້ອຍປີ ໄດ້ທັງໝົດ 204 ອົງ ແລະ 910 ລາຍການ,  ສ່ວນຫຼາຍແມ່ນພຣະພຸດທະຮູບ ທອງສໍາລິດ ປາງຊະນະມານ ໃນນີ້ ມີພຣະພຸດທະຮູບ ອົງທີ່ສົມບູນເປັນຈໍານວນຫຼາຍ ແລະ ອົງທີ່ບໍ່ສົມບູນຈໍານວນໜຶ່ງ.

ໄລຍະທີ2 ແມ່ນໄດ້ເລີ່ມການຂຸດຄົ້ນແຕ່ວັນມາ 10-17 ພຶດສະພາ 2024 ສາມາດຂຸດຄົ້ນ ແລະ ກອບກູ້ພຣະພຸດທະຮູບໄດ້ທັງໝົດ 51 ອົງ, ໃນນັ້ນ ມີອົງໜຶ່ງທີ້ໃຫຍ່ທີສຸດຄາດວ່າອາດເປັນອົງປະທານມີຄວາມສູງກວ່າ 2 ແມັດ ຊຶ່ງປະຈຸບັນແມ່ນປະດິດສະຖານຊົ່ວຄາວ ຢູ່ສາລາດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຕິດກັບສະຖານທີ່ຂຸດຄົ້ນພຣະພຸດທະຮູບ ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມ ແລະ ກາບໄຫວ້ບູຊາ.

ເພື່ອກະກຽມໃນການກໍ່ສ້າງສາລາພຣະໃຫ້ສໍາເລັດແລ້ວ ຈຶ່ງຈະໄດ້ເຄື່ອນຍ້າຍປະດິດສະຖານໃຫ້ຖາວອນ ທີ່ວັດທອງທິບພັດທະນາຣາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ປະຈຸບັນ ທາງຄະນະຮັບຜິດຊອບ ແລະ ທິມງານ ຍັງສືບຕໍ່ຂຸດຄົ້ນຈົນກວ່າຈະກອບກູ້ພຣະພຸດທະຮູບໄດ້ທັງໝົດ.

ແຫຼ່ງຂ່າວ: ສື່ມວນຊົນແຂວງບໍ່ແກ້ວ

Related Articles

Leave a Reply