ລັດຖະບານຍີ່ປຸ່ນເຫັນດີມອບທຶນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ໃນມູນຄ່າ 3 ລ້ານໂດລາສະຫະລັດ ຫຼື 317 ລ້ານເຢນ ເພື່ອຈັດຕັ້ງປະຕິບັດໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ.
ໂຄງການດັ່ງກ່າວຈະມອບທຶນການສຶກສາຈຳນວນ 22 ທຶນໃຫ້ແກ່ພະນັກງານລັດຖະກອນໜຸ່ມທີ່ເຮັດວຽກກ່ຽວພັນກັບການພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ, ເພື່ອສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ພ້ອມທັງເຮັດການຄົ້ນຄວ້າທີ່ມະຫາວິທະຍາໄລໃນປະເທດຍີ່ປຸ່ນ.
ພິທີລົງນາມກ່ຽວກັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂື້ນໃນວັນທີ 16 ກໍລະກົດ ນີ້ ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ລະຫວ່າງທ່ານທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ
ເອກອັກຄະຣາຊະທູດຢີ່ປຸ່ນປະຈຳລາວ.
ທ່ານ ທາເກວາກະ ເຄໂຊ ໄດ້ກ່າວໃນພິທີວ່າ: ຂະແໜງສຶກສາເປັນໜຶ່ງໃນຂົງເຂດບູລິມະສິດໃນນະໂຍບາຍການຮ່ວມມືທາງເສດຖະກິດຂອງ ສປປ ລາວ ເຊິ່ງກໍຄືແຜນພັດທະນາເສດຖະກິດ ແລະ ສັງຄົມ. ໂຄງການນີ້ຈະປະກອບສ່ວນເຂົ້າໃນການຝຶກອົບຮົມວິຊາການໜຸ່ມທີ່ມີຄວາມສາມາດ ເຊິ່ງມີຄວາມຈຳເປັນສຳລັບການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ການລຶບລ້າງຄວາມທຸກຍາກຂອງ ສປປ ລາວ.
ອິງຕາມຂໍ້ມູນຈາກສະຖານທູດຍີ່ປຸ່ນປະຈຳລາວໃຫ້ຮູ້ວ່າ: ພາຍໃຕ້ໂຄງການດັ່ງກ່າວນີ້ ມີພະນັກງານລັດຖະກອນຈໍານວນຫຼາຍກ່ວາ 370 ຄົນ ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ນັບຕັ້ງແຕ່ໂຄງການນີ້ໄດ້ຮັບການຈັດຕັ້ງຂຶ້ນໃນປີ 1999.
ຂ່າວ: ແກ້ວວຽງຄອນ ບຸນວິເສດ
ພາບຂ່າວ: ແກ້ວວຽງຄອນ ບຸນວິເສດ