Vientiane Times Lao
ຍີ່ປຸ່ນ ສະໜັບສະໜູນການບັງຄັບໃຊ້ປະມວນກົດໝາຍແພ່ງໃນລາວ

ຍີ່ປຸ່ນ ສະໜັບສະໜູນການບັງຄັບໃຊ້ປະມວນກົດໝາຍແພ່ງໃນລາວ

ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນການເຜີຍແຜ່ປະມວນກົດໝາຍແພ່ງຂອງ ສປປ ລາວ, ເຊິ່ງຮ່າງຂຶ້ນໂດຍການສະໜັບສະໜູນ ຂອງອົງການ JICA ແລະ ມີຜົນບັງຄັບໃຊ້ໃນວັນທີ 27 ພຶດສະພາ 2020.

ນັບແຕ່ປີ 1998, ຍີ່ປຸ່ນ ໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງເພື່ອສະໜັບສະໜູນການປັບປຸງລະບົບກົດໝາຍ ໃນລາວໂດຍຜ່ານການຮ່ວມມືດ້ານເຕັກນິກ ແລະ ອື່ນໆ. ປະມວນກົດໝາຍແພ່ງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນການຮ່າງມາຫຼາຍກວ່າ 6 ປີ ຕັ້ງແຕ່ປີ 2012 ເປັນຕົ້ນມາ ແລະ ໄດ້ຖືກຮັບຮອງຈາກສະພາແຫ່ງຊາດລາວ ໃນເດືອນທັນວາ ປີ 2018.

ກ່ຽວກັບວຽກງານການຮ່າງປະມວນກົດໝາຍແພ່ງສະບັບນີ້, ໃນຂະນະດຽວກັນກໍ່ເຄົາລົບກຸ່ມ ທີ່ເປັນຫຼັກຂອງລັດຖະບານລາວ, ແຕ່ລະຫົວຂໍ້ຂອງປະມວນກົດໝາຍ ດັ່ງກ່າວນີ້ຖືກສ້າງຂຶ້ນພາຍໃຕ້ການຮ່ວມມືຈາກພາກສ່ວນກ່ຽວຂ້ອງຂອງສອງປະເທດໂດຍສອດຄ່ອງກັບສັງຄົມ ແລະ ວັດທະນະທໍາຂອງປະເທດລາວ.

ຍີ່ປຸ່ນ ຫວັງວ່າປະມວນກົດໝາຍແພ່ງທັງ 630 ມາດຕາ ຈະມີຮາກຖານເປັນກົດລະບຽບທີ່ສະໜັບສະໜູນການພັດທະນາປະເທດຊາດ ແລະ ເສດຖະກິດ-ສັງຄົມຂອງປະເທດລາວ ແລະ ປະກອບສ່ວນເຂົ້າໃນການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນ ຍີ່ປຸ່ນ ກໍ່ຈະສືບຕໍ່ສະໜັບສະໜູນການພັດທະນາລະບົບກົດໝາຍໃນປະເທດລາວ ລວມໄປເຖິງການເຜີຍແຜ່ປະມວນກົດໝາຍແພ່ງໃນລາວ.

ປະຈຸບັນໂດຍຜ່ານ “ໂຄງການສົ່ງເສີມການພັດທະນາກົດໝາຍ” (ປີ2018-2023), ການພັດທະນາຫຼັກສູດ ແລະ ສື່ການສອນ ທີ່ສອດຄ່ອງກັນໃນການຄົ້ນຄວ້າທິດສະດີ ແລະ ການວິ ເຄາະກົດໝາຍແພ່ງ ແລະ ກົດໝາຍອາຍາໃນປະເທດລາວ, ການສຶກສາກົດໝາຍ, ການຝຶກອົບຮົມ ແລະ ການຝຶກອົບຮົມຕົວຈິງຂອງຜູ້ຊ່ຽວ ຊານດ້ານກົດໝາຍ. ເພື່ອເປັນການຍົກສູງຄຸນນະພາບ ແລະ ພັດທະນາຊັບພະຍາກອນມະນຸດ ຂອງສະຖາບັນການສຶກສາກົດໝາຍ ແລະ ສະຖາບັນຝຶກອົບຮົມນັກວິຊາການກົດໝາຍພາຍໃນລາວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply