Vientiane Times Lao
ຍົກເລີກສັນຍາສໍາປະທານ ແລະ ເກັບຄ່າຜ່ານທາງ 14A ຢູ່ແຂວງຈໍາປາສັກ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ

ຍົກເລີກສັນຍາສໍາປະທານ ແລະ ເກັບຄ່າຜ່ານທາງ 14A ຢູ່ແຂວງຈໍາປາສັກ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ

ພິທີເຊັນບົດ​ບັນທຶກຍົກເລີກສັນຍາສໍາປະທານ ແລະ ຍົກເລີກການເກັບຄ່າຜ່ານທາງ 14A ບ້ານຫ້ວຍເພັກ ເມືອງໂພນທອງ ຫາ ບ້ານພະພີນ​ ເມືອງຈໍາປາສັກ ແຂວງຈໍາປາສັກ ຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ, ໄດ້ຈັດຂຶ້ນໃນວັນ​ທີ 31 ກໍລະກົດ 2024​ ຢູ່ສໍານັກງານປົກຄອງແຂວງຈໍາປາສັກ​ ຊຶ່ງຕາງໜ້າອົງການປົກຄອງແຂວງຈໍາປາສັກ ລົງນາມໂດຍ ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນ ແຂວງຈໍາປາສັກ ແລະ ຕາງໜ້າ ບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ລົງນາມໂດຍທ່ານ ອຸດອນ ແກ້ວດວງດີ ປະທານບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເສັ້ນທາງ 14A ເປັນເສັ້ນທາງໃໝ່ ທີ່ທາງບໍລິສັດ ດວງດີກໍ່ສ້າງຂົວ​-ທາງ ຈໍາກັດຜູ້ດຽວ ໄດ້ສະເໜີສຶກສາສໍາຫຼວດ ໃນຄັ້ງ​ວັນ​ທີ 13 ມີນາ 2008, ວັນ​ທີ 11 ພຶດສະພາ 2008 ໄດ້​ເລີ່ມ​ລົງ​ມື​ສຳຫຼວດ​-ເກັບ​ກຳ​ຂໍ້​ມູນພາກ​ສະ​ໜາມ ແລ້ວ​ດຳ​ເນີນ​ການ​ອອກ​ແບບ ຊຶ່ງມີຄວາມ​ຍາວ 25 ກິໂລແມັດ, ໜ້າ​ທາງກວ້າງ 9 ແມັດ, ທາງ​ລົດ​ແລ່ນ ກວ້າງ 7 ແມັດ (ບ່າ​ທາງກວ້າງ ເບື້ອງ​ລະ 1 ແມັດ ແລະ ກໍ່​ສ້າງຂົວ​ເບ​ຕົງ​ເສີມ​ເຫຼັກ ຂາງ​ອັດ​ແຮງ ຈໍ​າ​ນວນ 9 ແຫ່ງ ຍາວ 254 ແມັດ).

ຈາກນັ້ນ ໄດ້​ເຊັນ​ສັນ​ຍາ​ຮັບ​ເໝົາ​ກໍ່​ສ້າງ ໃນ​ວັນ​ທີ 31 ຕຸລາ 2008 ພ້ອມທັງ ​ເລີ່​ມ​ວຽກ​ກໍ່​ສ້າງ ແລະ ສຳ​ເລັດ​ວຽກ​ກໍ່​ສ້າງ ພ້ອມ​ເປີດ​ນຳ​ໃຊ້​ເປັນ​ທາງການ ໃນ​ເດືອນ 12 ປີ 2011 ເປັນຕົ້ນມາ ອາຍຸສັນຍາຮອດປີ 2032,​ ແຕ່ອີງໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ​-ການເງິນຂອງແຂວງ ກໍຄືຂອງປະເທດ ທີ່ກໍາລັງປະເຊີນຢູ່ ເພື່ອເປັນການຫຼູດຜ່ອນພາລະໃຊ້ຈ່າຍ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ລວມເຖິງນັກທ່ອງທ່ຽວ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ,​ ອົງການປົກຄອງແຂວງຈໍາປາສັກ ຈຶ່ງໄດ້ປຶກສາຫາລື ແລະ ເອກະພາບກັບບໍລິສັດ ດວງດີກໍ່ສ້າງຂົວ​-ທາງ ຈໍາກັດຜູ້ດຽວ ເພື່ອຍົກເລີກສັນຍາສໍາປະທານ ແລະ ຍົກເລີກການເກັບຄ່າຜ່ານທາງເສັ້ນດັ່ງກ່າວຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ.

ທີ່ມາ: ພະແນກ​ການເງິນແຂວງ​ຈຳປາສັກ

Related Articles

Leave a Reply