ພະແນກສຶກສາທິການ ແລະ ກິລາແຂວງຫົວພັນໄດ້ອອກແຈ້ງການມື້ວັນທີ 11 ມັງກອນ 2021ທີ່ຜ່ານມານີ້ເຖິງບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 10 ເມືອງ ແລະ ເຖິງບັນດາໂຮງຮຽນ ສາມັນສຶກສາ ພາຍໃນແຂວງໃຫ້ຢຸດຊົ່ວຄາວການຮຽນການສອນສໍາລັບໂຮງຮຽນ ລ້ຽງເດັກ ແລະ ອະນຸບານ ທັງພາກລັດ ແລະ ເອກະຊົນໃຫ້ປະຕິບັດນັບແຕ່ວັນທີ 12 ມັງກອນ ຫາວັນທີ 25 ມັງກອນ 2021.
ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ສະເພາະໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ ແມ່ນໃຫ້ສືບຕໍ່ດໍາເນີນການສອບເສັງໂດຍບໍ່ໃຫ້ແກ່ຍາວ, ໃນນີ້ໂຮງຮຽນໃດທີ່ເສັງແລ້ວແມ່ນໃຫ້ພັກພາກຮຽນທີ I ແລະ ໃຫ້ເລີ່ມເຂົ້າພາກຮຽນ II ໃນມື້ວັນທີ 25 ມັງກອນ 2021 ທີ່ຈະມາເຖິງນີ້.
ຂ່າວ: ວຽງຈັນທາຍ