ວັນທີ 3 ກຸມພາ 2025 ນີ້, ພະແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບສຳນວນຄະດີ, ພ້ອມດ້ວຍຜູ້ຕ້ອງຫາ 2 ຄົນ, ລົດກະບະວີໂກ້ສີປອນເງິນ ໝາຍເລກທະບຽນ ກຜ 0360 ແລະ ສັດປ່າປະເພດ ໂຕລີ່ນ ຈຳນວນ 5 ໂຕ ນ້ຳໜັກ 25 ກິໂລກຣາມ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ເພື່ອໄປດໍາເນີນຄະດີຕາມກົດໝາຍ.
ພິທີມອບ-ຮັບ ສຳນວນຄະດີ ນີ້ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2025 ທີ່ແຂວງບໍລິຄຳໄຊ ໂດຍກ່າວມອບຂອງ ທ່ານ ພັທ ພັດທະນາ ວົງຄຳສີ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງບໍລິຄຳໄຊ ແລະ ກ່າວຮັບຂອງທ່ານ ສີສຸພັນ ສຸພັນທອງ ຮອງຫົວ ໜ້າກອງປ່າໄມ້ແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການລ່າສັດປະເພດຫວງຫ້າມ ແມ່ນມີມາດຕະການຕໍ່ຜູ້ລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ ຄື: ອີງຕາມມາດຕາ 331 ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າສັດ ເຊັ່ນ: ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃຫມແຕ່ 3.000.000 ກີບ ຫາ 10.000.000 ກີບ.
ໃນກໍລະນີ ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 50.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າຄວາມເສຍຫາຍ.
ມາດຕາ 334 ການຄ້າຂາຍ ຫຼື ມີສັດໄວ້ໃນຄອບຄອງ: ບຸກຄົນໃດ ຫາກລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນຕ່າງຂອງສັດ ເພື່ອຄ້າຂາຍ ຫຼື ຄອບຄອງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ຫາ 5 ປີ ແລະ ປັບໃໝ 3 ລ້ານ ຫາ 10 ລ້ານກີບ.
ມາດຕາ 335 ການນຳເຂົ້າ ສົ່ງອອກ ຫຼື ເຄື່ອນຍ້າຍສັດປ່າ: ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ຫາ 5 ປີ ແລະ ຖືກປັບໃໝສອງເທົ່າ ຂອງມູນຄ່າຄວາມເສຍຫາຍ.
ຖ້າທ່ານພົບເຫັນການຄ້າຂາຍ ຫຼື ລ່າສັດປ່າຫວງຫ້າມ ໂທແຈ້ງ: 1601 ແລະ ກົດລາຍງານຫາທາງ Facebook ເພື່ອປິດກຸ່ມເຫຼົ່ານັ້ນ.
ທີ່ມາ: ປກສ ແຂວງບໍລິຄຳໄຊ