Vientiane Times Lao
ດື່ມສິ່ງມຶນເມົາ ຍັງເປັນສາເຫດຫຼັກຂອງການເກີດອຸບັດເຫດ ຕາມທ້ອງຖະໜົນ

ດື່ມສິ່ງມຶນເມົາ ຍັງເປັນສາເຫດຫຼັກຂອງການເກີດອຸບັດເຫດ ຕາມທ້ອງຖະໜົນ

ການເກີດອຸບັດເຫດຕາມທ້ອງຖະໜົນ ຍັງມີທ່າອ່ຽງເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫຍ່ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຂັບຂີ່ໄວເກີນກໍານົດ, ແຊງບໍ່ຮັບປະກັນ ແລະ ອື່ນໆ ຊຶ່ງເປັນບັນຫາຫຼັກເຮັດໃຫ້ເກີດອຸບັດເຫດ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະເດືອນ.
ອີງຕາມການລາຍງານສະ­ພາບການເກີດອຸ­ບັດ­ເຫດທົ່ວປະ­ເທດປະ­ຈຳເດືອນກຸມພາ 2021 ຂອງກົມຕຳ­ຫຼວດຈະ­ລາ­ຈອນ ກະ­ຊວງປ້ອງກັນຄວາມສະ­ຫງົບ ຊາບວ່າ:  ສໍາລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກດື່ມສິ່ງມຶນເມົາມີເຖິງ 265 ຄັ້ງ, ໃຊ້ຄວາມວເກີນຂອບເຂດ 100 ຄັ້ງ,  ບໍ່ປ່ອຍສິດ 91 ຄັ້ງ, ປ່ຽນທິດທາງ 67 ຄັ້ງ ແລະ ອື່ນໆ.
ໃນນັ້ນພາ­ຫະ­ນະທີ່ຮ່ວມກໍ່ເຫດເກີດອຸບັດເຫດຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດຈັກ 122 ຄັ້ງ, ຮອງລົງມາ ລົດຈັກຕໍາລົດຍົນ 210ຄັ້ງ, ລົດຍົນຕໍາລົດຍົນ 109 ຄັ້ງ, ລົດຈັກຕໍາລົດບັນທຸກ 16 ຄັ້ງ ແລະ ອື່ນໆ, ເຮັດໃຫ້ມີອຸ­ບັດ­ເຫດເກີດຂຶ້ນທັງໝົດ 683 ຄັ້ງ ແລະ ມີຜູ້ເສຍຊີວິດເຖິງ 103 ຄົນໃນທົ່ວປະເທດ ຊຶ່ງອຸບັດເຫດແຕ່ລະຄັ້ງ ເຮັດໃຫ້ມີຄົນໄດ້ຮັບບາດ­ເຈັບທັງໝົດ 1.059 ຄົນ ແລະ ພາ­ຫະ­ນະເປ່ເພທັງໝົດ 1.223 ຄັນ ໃນເດືອນກຸມພາຜ່ານມານີ້.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄພ

Related Articles

Leave a Reply