Vientiane Times Lao
ຕະຫຼາດປາກຊັນຈະໃຊ້ເວລາໃນການກໍ່ສ້າງ 7 ປີ

ຕະຫຼາດປາກຊັນຈະໃຊ້ເວລາໃນການກໍ່ສ້າງ 7 ປີ

 ບໍລິສັດ ວີເອັນແອລ ໄດ້ຮັບສຳປະທານພັດທະນາໂຄງການກໍ່ສ້າງຕະຫຼາດປາກຊັນ ຢູ່ບ້ານໂພນໄຊ ເມືອງປາກຊັນແຂວງບໍລິຄໍາໄຊ ເປັນເວລາ 50 ປີ (ສາມາດຕໍ່ສັນຍາໄດ້ຕາມການຮັບຮອງຂອງສະພາ ປະຊາຊົນແຂວງ) ຈາກລັດຖະບານແຫ່ງ ສປປ ລາວ ຊຶ່ງຈະໃຊ້ເວລາໃນການກໍ່ສ້າງ ປະມານ 7 ປີ ນັບແຕ່ປີທ້າຍປີ 2020 ນີ້ ເປັນຕົ້ນໄປ ແລະ ມີມູນຄ່າການກໍ່ສ້າງທັງໝົດ 130 ຕື້ກີບ ໂດຍຈະປະກອບມີອາຄານຕະຫຼາດສົດ, ສະຖານີລົດຂົນສົ່ງໂດຍສານ, ຕຶກອາຄານຫ້ອງແຖວ ແລະ ຫ້ອງການຕະຫຼາດ ແລະ ອື່ນໆ.
 ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ທ່ານ ເລື່ອນວິໄລ ຈັນທະລາພັນ ແລະ ອໍານວຍການບໍລິສັດວີເອັນແອລ ທ່ານ ຈ່ຽນ ວັນນະເລີດ ໄດ້ລົງນາມໃນພິທີເຊັນສັນຍາການສໍາປະທານພັດທະນາຕະຫຼາດດັ່ງກ່າວ ເມື່ອບໍ່ດົນມານີ້ທີ່ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍເຂົ້າຮ່ວມຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສິງ ທໍາມະວົງ ແລະ ເຈົ້າແຂວງບໍລິຄໍາໄຊທ່ານ ປອ ກອງແກ້ວ ໄຊສົງຄາມ.

ຂ່າວ-ພາບ: ວຽງສະຫວັນ

Related Articles

Leave a Reply