ເມື່ອບໍ່ດົນມານີ້, ກົມຕໍາຫຼວດຈະລາຈອນ ສົມທົບກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງກວດກາ-ຊຸກຍູ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ,ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ 2025.
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນ ຄັ້ງນີ້ ແມ່ນປະຈຳຢູ່ 5 ຈຸດກວດກາ ຄື: ຈຸດກວດການຕາມເສັ້ນທາງເລກທີ 13 ເໜືອ ແລະ 13 ໃຕ້, ທາງເຂົ້າ-ອອກເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເສັ້ນທາງເລກທີ 10 ແລະ ເສັ້ນທາງຕ່າງໆ
ການກວດກາ ແມ່ນເນັ້ນໃສ່ຍານພາຫະນະທີ່ເດີນທາງກັບບ້ານ ແລະ ໄປທ່ອງທ່ຽວ ຊຶ່ງເຈົ້າໜ້າທີ່ ຈະມີການແນະນຳ-ສຶກສາອົບຮົມເປັນຫຼັກ, ສະກັດກັ້ນການນຳໃຊ້ຄວາມໄວ, ການດື່ມສິ່ງມຶ່ນເມົາແລ້ວຂັບຂີ່, ເພື່ອຫຼີກລ້ຽງການເກີດອຸບັດເຫດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໃນໄລຍະຫຼີ້ນບຸນປີໃໝ່ລາວ 2025 ນີ້.
ຂໍ້ມູນ: ກົມຕຳຫຼວດຈະລາຈອນ