Vientiane Times Lao
ຕື່ມມູນຄ່າໂທ ໄດ້ຮັບສ່ວນຫຼຸດທຸກຄັ້ງ

ຕື່ມມູນຄ່າໂທ ໄດ້ຮັບສ່ວນຫຼຸດທຸກຄັ້ງ

ປົກກະຕິແລ້ວເວລາລູກຄ້າຕື່ມມູນຄ່າໂທ ເບີໂທລະສັບ ຢູນີເທວ ສ່ຳໃດກໍ່ໄດ້ຮັບມູນຄ່າໂທເທົ່ານັ້ນ.

ຕົວຢ່າງ ຕື່ມ 10,000 ກີບ ເຮົາກໍ່ຈະໄດ້ຮັບມູນຄ່າໂທ 10,000 ກີບ, ແຕ່ ຢູມັນນີ ມີວິທີ ໃຫ້ລູກຄ້າປະຍັດເງິນ ໃນເວລາຕື່ມເງິນ.

ມື້ນີ້ ຢູມັນນີ ຈະແນະນຳເຕັກນິກການຕື່ມມູນຄ່າໂທແບບໃດ ໃຫ້ຄຸ້ມຄ່າທີ່ສຸດທັງເບີໂທແບບຕື່ມເງິນ ແລະ ເບີໂທແບບລາຍເດືອນ

ໃຊ້ແອັບຫຍັງຕື່ມມູນຄ່າໂທແລ້ວຄຸ້ມຄ່າທີ່ສຸດ?

ຫຼາຍຄົນອາດຈະມີຊ່ອງທາງການຕື່ມມູນຄ່າໂທແບບອອນລາຍທີ່ແຕກຕ່າງກັນໄປບາງຄົນອາດຈະຕື່ມຜ່ານແອັບ Mobile Banking, ບາງຄົນກໍ່ອາດຈະຕື່ມຜ່ານບັດແບບຂູດ ແຕ່ ຢູມັນນີ ຈະແນະນຳວິທີຕື່ມເງິນຜ່ານ ແອັບ u-money (ດາວໂຫຼດແອັບ: https://u-money.app.link/) 

ຕື່ມມູນຄ່າໂທເບີ ຢູນິເທວ ໃນແອັບ u-money ຈະໄດ້ຮັບສ່ວນຫຼຸດເງິນຄືນທຸກໆຄັ້ງ 9%. ຕື່ມມູນຄ່າໂທຈຳນວນ 10,000 ກີບ ຈະໄດ້ຈ່າຍພຽງ 9,100 ກີບ ຫຼື ຕື່ມ 100,000 ກີບ ຈ່າຍພຽງ 91,000 ກີບ. ຈະຕື່ມໜ້ອຍ ຫຼື ຫຼາຍກໍ່ຫຼຸດ 9% ສາມາດຕື່ມໃຫ້ເບີຕົນເອງ ແລະ ເບີຄົນອື່ນໄດ້. 

ລູກຄ້າ ຍັງສາມາດຊຳລະຄ່າບໍລິການເບີລາຍເດືອນຂອງ ຢູນິເທວ ແລະ ຈະໄດ້ຮັບສ່ວນຫຼຸດ 5% ແລະ ຍັງສາມາດຕື່ມມູນຄ່າໃຫ້ເບີເຄືອຂ່າຍ ອີທີແອວ ຮັບສ່ວນຫຼຸດ 3%.

ນອກຈາກນີ້, ຍັງມີບໍລິການຊື້ດາຕ້າຜ່ານແອັບ ເຊີ່ງຈະໄດ້ຮັບດາຕ້າ X2 ຫຼື ຈະເລຶອກຮັບສ່ວນຫຼຸດ ຂອງລາຄາແພັກເກດສູງເຖິງ 10%, ຊໍາລະເນັດບ້ານ FTTH ຮັບສ່ວນຫຼຸດສູງເຖິງ 12% ສຳລັບສັນຍາ 6 ແລະ 12 ເດືອນ.

       ໃນປັດຈຸບັນການຕື່ມມູນຄ່າໂທແບບອອນລາຍ, ຊຳລະແບບອອນລາຍແມ່ນເປັນທີ່ນິຍົມ ແລະ ມີຫຼາກຫຼາຍຊ່ອງທາງໃຫ້ທ່ານເລືອກໃຊ້ ຈົ່ງເລືອກຊ່ອງທາງທີ່ສະດວກ ແລະ ໄດ້ຮັບຜົນປະໂຫຍດສູງສຸດຕໍ່ກັບການນຳໃຊ້.

ການຕື່ມເງິນຜ່ານແອັບຊ່ວຍປະຢັດເງິນຂອງທ່ານໄດ້ຫຼາຍຂຶ້ນ.

Related Articles

Leave a Reply