ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ແກ້ໄຂສຽງສຽງເພັງ ແລະ ດົນຕິ ທີ່ແຮງເກີນກໍານົດ
(ເນືອງນັນ) ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ນະຄອນຫຼວງວຽງຈັນ (ນວ) ຈຸທີ 4 ເຊິ່ງມີຂອບເຂດຮັບຜິດຊອບ 3 ເມືອງ ຄື: ສີໂຄດຕະບອງ, ນາຊາຍທອງ ແລະ ສັງທອງ ນໍາໂດຍທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ຮອງຫົວໜ້າຈຸ 4 ສືບຕໍ່ເຄື່ອນໄຫວຕິດຕາມ ກວດກາສະພາບຕົວຈິງຢູ່ບັນດາຮ້ານອາຫານ ແລະ ຮ້ານບັນເທີງ ເມືອງສັງທອງ ໃນວັນທີ 22 ພຶດສະພາ 2024 ທີ່ຜ່ານມາ.
ໃນນີ້ໄດ້ກວດກາຮ້ານບັນເທີງ NENA ຮ້ານອາຫານ-ບັນເທີງໃບຢົກ ແລະ ຮ້ານອາຫານວ໋ອດແອ໋ບ ຜ່ານການກວດກາຕົວຈິງ ຮ້ານອາຫານ-ບັນເທີງໃບຢົກ ແມ່ນປິດບໍລິການ ຮ້ານບັນເທີງ NENA ເປີດບໍລິການ ແຕ່ປະຕິບັດເວລາເປີດ-ປິດບໍລິການ ແລະ ເປີດເພງຢູ່ໃນລະດັບສຽງທີ່ກໍານົດໄວ້ ສ່ວນຮ້ານອາຫານວ໋ອດແອ໋ບ ແມ່ນເປີດບໍລິການກາຍເວລາ ແລະ ເປີດສຽງເພງດັງເກີນຂອບເຂດ ຄະນະສະເພາະຈຸ 4 ຈຶ່ງໄດ້ເຮັດບົດບັນທຶກກ່າວເຕືອນ ພ້ອມທັງໄດ້ອອກໜັງສືເຊີນໃຫ້ເຈົ້າຂອງທຸລະກິດ ໄປສຶກສາອົບຮົມ ແລະ ເສຍຄ່າປັບໄໝຢູ່ກອງບັນຊາການ ປກສ ນວ.
ໃນໂອກາດນີ້ ທ່ານ ເສກສັນຕິ ສຸມຸນທາ ໄດ້ສະແດງຄວາມຊົມເຊີຍຜູ້ປະກອບການຮ້ານອາຫານ ແລະ ຮ້ານບັນເທີງ ທີ່ປະຕິບັດລະບຽບໄດ້ດີ ເປີດ-ປິດຮ້ານຕາມເວລາທີ່ກໍານົດໄວ້ ພ້ອມນີ້ກໍຂໍຮຽກຮ້ອງໃຫ້ຮ້ານທີ່ຍັງປະຕິບັດບໍ່ໄດ້ ຈົ່ງໃຫ້ການຮ່ວມ ມືກັບຄະນະສະເພາະກິດພວກເຮົາ ແລະ ປະຕິບັດຕາມລະບຽບ ແຈ້ງການຢ່າງເຂັ້ມງວດ ໂດຍສະເພາະດໍາລັດສະບັບເລກທີ 315/ລບ ແລະ ຂໍ້ຕົກລົງສະບັບເລກທີ 620/ຈນວ ພ້ອມນີ້ ໄດ້ຂໍໃຫ້ປະຊາຊົນມີສ່ວນຮ່ວມ ໂດຍສະເພາະຊ່ວຍຕິດຕາມ ແລະ ສົ່ງຂ່າວບັນດາຮ້ານທີ່ເຄື່ອນໄຫວບໍ່ຖືກຕ້ອງ ເປັນເຈົ້າການປົກປ້ອງສິດຜົນປະໂຫຍດຂອງຕົນເອງ ຕາມລັດຖະທໍາມະນູນກໍານົດໄວ້ ເພື່ອພ້ອມກັນແກ້ໄຂສຽງເນືອງນັນຈາກບັນດາຮ້ານອາຫານ ແລະ ຮ້ານບັນເທີງ ໃຫ້ນັບມື້ຫຼຸດລົງ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ຂ່າວ: ສະບາໄພ