ຖະໜົນເມືອງເກົ່າຂັ້ນໂຂ່ວ ນະຄອນອຸຮັ້ນແຂວງຫູເປີຍ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ນອນໃນກິດຈະກຳ “ທ່ຽວຊົມປະເທດຈີນຊອກຮູ້ອູຮັ້ນປະຈໍາປີ 2025 ໄດ້ຈັດຂຶ້ນລະຫວ່າງວັນທີ 6-14 ພຶດສະພາ 2025 ນີ້ ໂດຍມີສື່ມວນຊົນຈາກ 5 ປະເທດຄື: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ຕຸຣາເຄີຍ ໄດ້ໄປສຳຜັດເຊີ່ງເຫັນວ່າລຽບຕາມສອງຟາກທາງຂອງຖະໜົນນີ້ມີຮ້ານອາຫານ, ໂຮງແຮມທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຫຼາຍ, ຮ້ານຊັບພະສິນຄ້າທີ່ຫຼາກຫຼາຍ, ມີສິ່ງກໍ່ສ້າງທີ່ເປັນເອກະລັກສະເພາະອາຄານເກົ່າຫຼາຍຮູບຊົງຂອງຄົນຕ່າງປະເທດທີ່ມາອາໄສຢູ່ໃນເມື່ອກ່ອນເຊັ່ນ: ຣັດເຊຍ ແລະ ອັງກິດເຄີຍສ້າງໄວ້ ຊຶ່ງມີປະຫວັດສາດເກົ່າແກ່ຫຼາຍກວ່າ 100 ປີ. ໃນເມື່ອກ່ອນຖະໜົນນີ້ເຄີຍ ຖືກນໍາໃຊ້ເປັນທ່າເຮືອທີ່ເປັນເສັ້ນທາງຂົນສົ່ງສິນຄ້າໄປຕ່າງປະເທດ ໂດຍສະເພາະ ການຂົນສົ່ງໃບຊາ ຜ່ານແມ່ນໍ້າຢັງຊິກຽງ.
ປັດຈຸບັນຖະໜົນເມືອງເກົ່າຂັ້ນໂຂ່ວບໍ່ພຽງແຕ່ກາຍເປັນສະຖານທີ່ພັກຜ່ອນ, ພົບປະສັງສັນ, ກິນ, ດື່ມ ແລະ ຖ່າຍຮູບງາມໆ ເກັບໄວ້ເປັນທີ່ລະນຶກເທົ່ານັ້ນ ຖະໜົນແຫ່ງນີ້ຍັງໄດ້ຮັບ ການຮັບຮອງເປັນຖະໜົນທ່ອງທ່ຽວລະດັບຊາດຂອງຈີນໃນປີ 2023 ແລະ ກາຍເປັນຈຸດທີ່ໂດດເດັ່ນ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຕ້ອງໄດ້ໄປສຳຜັດດ້ວຍຕາຕົນເອງເມື່ອໄດ້ໄປນະຄອນອູຮັ້ນ.
ຂ່າວ: CRI-FM93