Vientiane Times Lao
ຖ້າປະຕິບັດຕາມ 6 ຂໍ້ແນະນຳນີ້ທ່ານກໍ່ຈະບໍ່ຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ

ຖ້າປະຕິບັດຕາມ 6 ຂໍ້ແນະນຳນີ້ທ່ານກໍ່ຈະບໍ່ຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການ 6 ຂໍ້ແນະນຳໃນມື້ວານນີ້ໃຫ້ຜູ້ນໍາໃຊ້ສື່ສັງຄົມອອນລາຍກ່ຽວກັບການເຕືອນໄພມິດສາຊີບເພື່ອບໍ່ໃຫ້ຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ.

ໃນເດືອນ ເມສາ 2025 ທີ່ຜ່ານມາ, Facebook page ຂອງການບິນລາວ ໄດ້ອອກແຈ້ງເຕືອນການຫຼອກລວງ ຜ່ານທາງອອນລາຍ ໂດຍການອ້າງຊື່ເປັນການບິນລາວ ສະເໜິໂປຣໂມຊັ່ນພິເສດໂຄສະນາຫາເຫຍື່ອຜ່ານທາງສື່ອອນ ລາຍ ເຊັ່ນ: ເຟສບຸກ, ວອດແອັບ ແລະ ອື່ນໆ ໂດຍຜ່ານການໃຊ້ວິທີການສົ່ງຂໍ້ຄວາມພ້ອມແນບລິ້ງ ຫຼື ໂທຫາເຫຍື່ອ ໂດຍອ້າງວ່າເຫຍື່ອໄດ້ຮັບລາງວັນ ສ້າງແຮງຈູງໃຈໃຫ້ເຫຍື່ອເຮັດຕາມຄໍາແນະນໍາ ອາດຈະໃຫ້ເຫຍື່ອລົງທະບຽນ ໂດຍປ້ອນຂໍ້ມູນສ່ວນຕົວຕ່າງໆ ຫຼື ຫຼອກໃຫ້ຕິດຕັ້ງແອັບພລີເຄຊັ່ນ ທີ່ຈະໃຊ້ຄວບຄຸມໂທລະສັບຂອງເຫຍື່ອ ຊຶ່ງສາມາດເບີ່ງ ລະຫັດຜ່ານ ແລະ ລະຫັດ OTP, ເຮັດໃຫ້ຄົນຮ້າຍສາມາດລັກເອົາເງິນ ແລະ ຂໍ້ມູນສ່ວນຕົວຂອງເຫຍື່ອໄດ້.

ປັດຈຸບັນ ເກີດການສູນເສຍເງິນເປັນຈໍານວນຫຼາຍ ພ້ອມທັງຂໍ້ມູນສ່ວນຕົວ. ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ຈົ່ງມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້:

1/ ຢ່າຫຼົງເຊື່ອການໂຄສະນາເກີນຈິງ ຫຼື ມີທີ່ມາບໍ່ໜ້າເຊື່ອຖື ຖ້າມີການສະເໜີເງິນ ຫຼື ລາງວັນຫຍັງ ໂດຍບໍ່ຮູ້ ຄວາມເປັນມາໃຫ້ຄິດໄວ້ກ່ອນສະເໝີວ່າແມ່ນການຫຼອກລວງ.

2/ ຖ້າບໍ່ແນ່ໃຈໃຫ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງຜ່ານຊ່ອງທາງການຂອງພາກສ່ວນນັ້ນໆເພື່ອຄວາມຖືກຕ້ອງ ເຊັ່ນ: ຜ່ານທາງເບີໂທ, ອີເມວ ແລະ ອື່ນໆ.

3/ ບໍ່ຄວນກົດລິ້ງໃດໆກໍ່ຕາມ ທີ່ມີແຫຼ່ງທີ່ມາບໍ່ໜ້າເຊື່ອຖື ເພື່ອຢືນຢັນ.

4/ ບໍ່ຄວນຕິດຕັ້ງແອັບພິເຄຊັ່ນທີ່ບໍ່ໜ້າເຊື່ອຖື ຊຶ່ງແອັບພິເຄຊັ່ນທີ່ໜ້າເຊື່ອຖືພື້ນຖານຄວນຈະແມ່ນແອັບທີ່ຢູ່ ໃນຮ້ານຄ້າທາງການທີ່ຮັບປະກັນຄວາມປອດໄພ ເຊັ່ນ: App Store, Google Play Store ແລະ ອື່ນໆ ພ້ອມທັງອ່ານລາຍລະອຽດສິດທິການເຂົ້າເຖິງມືຖືກ່ອນການຕິດຕັ້ງ ໂດຍບໍ່ຄວນເກີນຄວາມຈໍາເປັນການໃຊ້ງານຂອງແອັບພລີເຄຊັ່ນນັ້ນ.

5/ ຕິດຕາມຂ່າວສານ ແລະ ສືກສາຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງໄຊເບີ ເພື່ອໃຫ້ຮູ້ທັນໄພຄຸກຄາມທາງໄຊເບີ.

6/ ຫາກມີຂໍ້ສົງໄສ ຫຼື ຕ້ອງການຄໍາແນະນໍາ ສາມາດຕິດຕໍ່ຫາກົມຄວາມປອດໄພໄຊເບີຜ່ານຊ່ອງທາງທີ່ມີໃນ ເວັບໄຊ https://www.dcs.gov.la ຫຼື https://www.laocert.gov.la ແລະ ໂທຄໍາປຶກສາ 021 254508 (ໃນໂມງລັດຖະການ) ຫຼື Call Center ຂອງບັນດາບໍລິສັດທີ່ກ່ຽວຂ້ອງ.

Related Articles

Leave a Reply