ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຖ້າວ່າປະເທດລາວກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19ເປັນເວລາ 28 ວັນຕິດຕໍ່ກັນນັ້ນຖືວ່າຈະມີການ ຜ່ອນຜັນຫຼາຍມາດຕະການທີ່ກ່ຽວກັບຂໍ້ຫ້າມຕ່າງໆ.
ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຊັ້ນຄົນໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ບໍ່ວ່າຈະເປັນຄໍາສັ່ງເລກທີ 15/ນຍ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ, ການຢູ່ເຮືອນບໍ່ເດີນທາງໄປສະຖານທີ່ທີ່ມີຄວາມສ່ຽງ ຍັງຖືວ່າເປັນຍຸດທະສາດ ແລະ ຫຼັກການທີ່ສໍາຄັນໃນການຢັບຢັ້ງ ການແຜ່ລະ ບາດຂອງພະ ຍາດໂຄວິດ-19.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ໃນໄລຍະນີ້ຮຽກຮ້ອງໃຫ້ເອົາໃຈໃສ່ໃນການປະຕິບັດການດໍາລົງຊີວິດແບບໃໝ່ ເຊັ່ນ:ໃສ່ຜ້າອັດປາກດັງເວລາອອກຈາກເຮືອນ, ໝັ່ນລ້າງມືດ້ວຍເຈວລ້າງມື ຫຼື ສະບູດ້ວຍນໍ້າສະອາດ, ຮັກສາໄລຍະຫ່າງໃນສັງຄົມ, ຫຼິກລ່ຽງການໄປສະຖານທີ່ຊຸມຊົນ ແອອັດ, ຖ້າຮູ້ວ່າຕົວເອງສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ໄດ້ເດີນທາງໄປສະຖານທີ່ທີ່ມີຄວາມສ່ຽງໃຫ້ຮີບຮ້ອນໄປກວດຫາເຊື້ອພະຍາດດັ່ງກ່າວ. ນອກນັ້ນຖ້າຮູ້ສຶກຕົວເອງເປັນໄຂ້ໂດຍມີອາ ການຄ້າຍຄືນິຍາມຂອງພະຍາດໂຄວິດ-19 ກໍ່ໃຫ້ຮີບຮ້ອນໄປກວດ ຫາເຊື້ອພະຍາດດັ່ງກ່າວເຊັ່ນກັນ,ໃຫ້ໄປຫາໝໍ ບໍ່ໃຫ້ຊື້ຢາມາກິນເອງ ທັງນີ້ກໍ່ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ທັງເປັນການປ້ອງກັນສະມາຊິກໃນຄອບຄົວ ແລະ ຊີວິດຂອງທ່ານເອງ.