Vientiane Times Lao
<strong>ທະນາຄານພັດທະນາອາຊີ ສະໜອງເງິນກູ້ຈຳນວນ 500 ລ້ານໂດລາ ໃຫ້ແກ່ຟີລິບປິນ ເພື່ອຊ່ວຍເຫຼືອການປະຕິຮູບພາກສ່ວນກະສິກຳຂອງຟີລິບປິນ</strong>

ທະນາຄານພັດທະນາອາຊີ ສະໜອງເງິນກູ້ຈຳນວນ 500 ລ້ານໂດລາ ໃຫ້ແກ່ຟີລິບປິນ ເພື່ອຊ່ວຍເຫຼືອການປະຕິຮູບພາກສ່ວນກະສິກຳຂອງຟີລິບປິນ

ວັນທີ 27 ມັງກອນ ນີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ເປີດເຜີຍໃຫ້ຮູ້ວ່າ: ທະນາຄານ ADB ໄດ້ອະນຸມັດເງິນກູ້ລັກສະນະນະໂຍບາຍຈຳນວນ 500 ລ້ານໂດລາ ງວດໜຶ່ງ, ເພື່ອຊ່ວຍເຫຼືອລັດຖະບານຟີລິບປິນ ໃນດ້ານການຊຸກຍູ້ການພັດທະນາເສດຖະກິດກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ເປັນໄລຍະສັ້ນ ແລະໄລຍະຍາວ.

ດິນຟ້າອາກາດທີ່ຮ້າຍແຮງ ແລະ ຜົນກະທົບດ້ານເສດຖະກິດ ໄດ້ເຮັດໃຫ້ພາກສ່ວນກະສິກຳຍົກສູງກຳລັງການຜະລິດນັ້ນ ມີຄວາມຫຍຸ້ງຍາກກວ່າເກົ່າ. ເງິນກູ້ງວດນີ້ ຂອງທະນາຄານ ADB ຈະສະໜັບສະໜູນຟີລິບປິນ ສ້າງພາກສ່ວນກະສິກຳທີ່ມີຄວາມສາມາດແຂ່ງຂັນ ແລະ ມີຄວາມກວມລວມ, ຍົກສູງປະສິດທິພາບ, ເພີ່ມທະວີຄວາມຫຼາກຫຼາຍ, ເພີ່ມທະວີຄວາມສາມາດດ້ານການຮັບມືກັບບັນຫາດິນຟ້າອາກາດ ແລະ ເພີ່ມລາຍຮັບດ້ານກະສິກຳ, ເພື່ອບັນລຸຄວາມໝັ້ນທ່ຽງດ້ານສະບຽງອາຫານ.

ຂ່າວ: CRI-FM93

 

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ