Vientiane Times Lao
ທະນາຄານຮ່ວມພັດທະນາ ແລະ ວິທະຍາໄລຄູດົງຄຳຊ້າງ ຮ່ວມມືກ່ຽວກັບໂຄງການເງີນກູ້ເພື່ອການສຶກສາ

ທະນາຄານຮ່ວມພັດທະນາ ແລະ ວິທະຍາໄລຄູດົງຄຳຊ້າງ ຮ່ວມມືກ່ຽວກັບໂຄງການເງີນກູ້ເພື່ອການສຶກສາ

ທະນາຄານຮ່ວມພັດທະນາ (JDB) ແລະ ວິທະຍາໄລຄູດົງຄຳຊ້າງ ນະຄອນຫຼວງວຽງຈັນ ເຊັນສັນຍາຮ່ວມມືກ່ຽວກັບໂຄງການເງີນກູ້ ເພື່ອການສຶກສາ ແລະ ອອກບັດ ATM Healthy ເພື່ອຄຸ້ມຄອງອຸບັດເຫດ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູດົງຄຳຊ້າງ ຊຶ່ງຮ່ວມລົງນາມ ໂດຍ ທ່ານ​ ວິໄລ​ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ທ່ານ ນາງ ວິລາ ແສງສະຫວ່າງ  ຜູ້ອຳນວຍການໃຫຍ່ ວິທະຍາໄລຄູດົງຄຳຊ້າງ ພ້ອມດ້ວຍພາກສ່ວທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໂຄງການດັ່ງກ່າວ ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ນັກສຶກສາຜູ້ທີ່ຂາດເຂີນທຶນຮອນ ທີ່ຢາກສຶກສາຮໍ່າຮຽນໃນ ວິທະຍາໄລຄູດົງຄຳຊ້າງ ແລະ ເພື່ອສ້າງຄວາມສະດວກສະບາຍໃຫ້ນັກສຶກສາ ໄດ້ເຂົ້າເຖິງການບໍລິການທີ່ທັນສະໄໝ ວ່ອງໄວ ໃນການເຮັດທຸລະກໍາທາງດ້ານການເງິນ ລວມທັງ ອອກບັດ ATM Healthy ໃຫ້ນັກສຶກສາ ສາມາດນໍາໃຊ້ໃນການຖອນເງິນຈາກຕູ້ ATM ເປັນບັດປະກັນໄພອຸບັດເຫດຢູ່ໃນໃບດຽວກັນ, ສາມາດຄຸ້ມຄອງອຸບັດເຫດໄດ້ຕະຫຼອດ 24 ຊົ່ວໂມງ ໃນທົ່ວປະເທດ ໂດຍການຄຸ້ມຄອງອຸບັດເຫດ ເຊັ່ນ: ຖ້າເສຊິວິດ ຫຼື ພິການຖາວອນ ຈະໄດ້ຮັບ 6 ລ້ານກີບ ແລະ ຄ່າປິ່ນປົວຈາກອຸບັດເຫດ ສູງສຸດ 500.000ກີບຕໍ່ຄັ້ງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply