ກຳລັງຫຼັກຂອງປະເທດຊາດໄດ້ເພີ່ມຈຳນວນພົນ ແລະ ອຸບປະກອນທີ່ສຳຄັນ ເຂົ້າໃນການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງແລະພາກໃຕ້.
ຕາມການລາຍງານຂອງສື່ມວນຊົນ ຂອງກະຊວງປ້ອງກັນປະເທດໃນຕອນຄ່ຳຂອງມື້ວານນີ້ 06/07/2019 ວ່າ: ທ່ານ ພັນຕີ ບຸນກອງ ສີວົງຊຳ ຫົວໜ້າຄະນະຊີ້ນຳການເຄື່ອນຍ້າຍ ເພື່ອກູ້ໄພ ແລະ ນັກວິຊາສະເພາະ ຂອງເຫຼົ່າຮົບຊ່າງແສງກົມໃຫຍ່ເສນາທິການກອງທັບ ນຳພາອ້າຍນ້ອງຈຳນວນ 29 ຄົນ ແລະ ເຮືອກູ້ໄພ ຈຳນວນໜຶ່ງ ລົງມາສົມທົບຢູ່ ແຂວງ ຈຳປາສັກ ເພື່ອຊ່ວຍເຫຼືອຍົກຍ້າຍປະຊາຊົນ ອອກຈາກບ່ອນນໍ້າຖ້ວມໄປຢູ່ບ່ອນທີ່ ປອດໄພ.
ທ່ານ ພັນຕີ ບຸນກອງ ສີວົງຊຳ ໄດ້ກ່າວ ວ່າ: ປະຕິບັດຕາມຄຳສັ່ງຂອງ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ທີ່ມອບໃຫ້ກົມຊ່າງແສງ ຈັດຕັ້ງກຳລັງ ແລະ ເຮືອກູ້ໄພມາຊ່ວຍພໍ່ແມ່ປະຊາ ຊົນ ທີ່ໄດ້ຮັບຜົນກະທົບຈາກໄພ ນ້ຳຖ້ວມຢູ່ບັນດາແຂວງພາກກາງແລະ ພາກໃຕ້, ເຊິ່ງຈຳນວນ ເຮືອທັງໝົດ ທີ່ເຮົາໄດ້ເຄື່ອນຍ້າຍ ມາຄັ້ງນີ້ ມີທັງໝົດ 14 ລຳ ເຮືອດັ່ງກ່າວເປັນ ເຮືອຊະນິດກູ້ໄພ ເຮືອກາບ ແລະ ເປັນເຮືອຢາງສູບລົມ ໃນນັ້ນ ໄດ້ມາຊ່ວຍແຂວງ ສະຫວັນນະເຂດ 5 ລຳ ໂດຍເຄື່ອນຍ້າຍດ້ວຍລົດ, ສ່ວນພວກເຮົາໄດ້ເຄື່ອນຍ້າຍ ດ້ວຍຍົນ ມີຈຳນວນ 9 ລຳ ໃນນີ້ 6 ລຳແມ່ນຊ່ວຍເຫຼືອຢູ່ແຂວງ ຈຳປາສັກ ແລະ 3 ລຳ ແມ່ນນຳໄປຊ່ວຍເຫຼືອ ແຂວງ ສາລະວັນ.
ທ່ານ ພັນຕີ ບຸນກອງ ໄດ້ອະທິບາຍ ຕື່ມອີກວ່າ: ໜ້າທີ່ຮັບຜິດຊອບຂອງ ພວກເຮົາ ແມ່ນເພື່ອຊ່ວຍ ເຄື່ອນຍ້າຍ ວັດຖຸສິ່ງຂອງ ແລະ ພໍ່ແມ່ປະຊາຊົນ ທີ່ຕິດຄ້າງຢູ່ບັນດາເຮືອນຊານບ້ານ ຊ່ອງທີ່ຖືກນ້ຳຖ້ວມ ອອກໄປສູ່ບ່ອນ ປອດໄພ.
ພ້ອມນີ້ ທ່ານ ຍັງໄດ້ຢືນຢັນວ່າ: ເຫຼົ່ານັກຮົບຊ່າງແສງພວກເຮົາ ພ້ອມແລ້ວທີ່ຈະສຸມທຸກເຫື່ອແຮງ ແລະ ຄວາມສາມາດ ເພື່ອຊ່ວຍເຫຼືອ ປະຊາຊົນໃຫ້ໄປສູ່ເຂດທີ່ປອດໄພ.
ຂ່າວ: ວຽງຈັນທາຍ
ພາບ: ກອງທັບປະຊາຊົນລາວ
