ກອງກຳລັງຈາກກະຊວງປ້ອງກັນປະ ເທດໄດ້ເຮັດວຽກຢ່າງໜັກໃນການ ຊ່ວຍເຫຼືອກອບກູ້ ແລະ ຟື້ນຟູໄພພິ ບັດນ້ຳຖ້ວມໃນຄັງນີ້. ສະນັ້ນໃນອາທິດທີ່ຜ່ານມາ ທ່ານ ພັນເອກ ສິງຄໍາ ພິມມະວົງ ຫົວໜ້າ ຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບ ຜູ້ທີ່ໄດ້ຮັບການມອບໝາຍ ຈາກກົມໃຫຍ່ການເມືອງກອງທັບໄດ້ ນໍາພາສື່ມວນຊົນກອງທັບລົງເຄື່ອນ ໄຫວເກັບກໍາຂໍ້ມູນສະພາບນ້ຳຖ້ວມ ຢູ່ 6 ແຂວງ ພາກກາງ ແລະ ໃຕ້. ທ່ານໄດ້ກ່າວວ່າ: ໂດຍໄດ້ຮັບການ ມອບໝາຍຈາກຂັ້ນເທິງ, ຂ້າພະເຈົ້າໄດ້ ນຳພາທີມງານສື່ມວນຊົນກອງທັບ ແລະ ນັກຂ່າວໜັງສືພິມພາສາຕ່າງປະ ເທດວຽງຈັນທາຍ 1 ສະຫາຍລົງ ເກັບກຳສະພາບການນ້ຳຖ້ວມຕົວຈິງ ໂດຍປະສານສົບທົບກັບພາກສ່ວນ ກ່ຽວຂ້ອງເພື່ອເກັບກໍາສະພາບ ຄວາມເສຍຫາຍ, ການຊ່ວຍເຫຼືອ ການກູ້ຊີວິດ ແລະ ຊັບສິນຂອງຜູ້ປະ ສົບໄພ, ເຊິ່ງເຫັນວ່າກໍາລັງປະກອບ ອາວຸດໄດ້ຄຽງບ່າຄຽງໄລ່ກັບບັນດາ ກົມກອງນັບແຕ່ ຂັ້ນສູນກາງລົງຮອດ ທ້ອງຖິ່ນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ອຳນາດການປົກຄອງ ແລະ ຄະນະກຳມະການຄວບຄຸມ ແລະ ກອບກູ້ໄພພິບັດທຸກຂັ້ນຕະ ຫຼອດເຖິງ ພໍ່ແມ່ປະຊາຊົນແຕ່ຕົ້ນຕະ ຫຼອດປາຍ ເພື່ອປະກອບສ່ວນກໍາລັງ ເຫື່ອແຮງ ແລະ ພາຫະນະເຂົ້າໃນ ການກອບກູ້, ຊ່ວຍເຫຼືອຜູ້ປະສົບ ໄພຢ່າງເອົາການເອົາງານແທ້, ສາມາດ ຫຼຸດຜ່ອນຄວາມເສຍຫາຍ ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນໂດຍໄວ.
ທ່ານ ພັນເອກ ສິງຄໍາ ຍັງກ່າວຕື່ມວ່າ: ກໍາລັງປະກອບອາວຸດ ເຮົາແມ່ນເປັນ ກຳລັງຫຼັກໃນການກອບກູ້ໄພນ້ຳຖ້ວມຄັ້ງນີ້. ຫຼັງຈາກໄດ້ຮັບຄຳສັ່ງຈາກຂັ້ນ ເທິງແລ້ວກໍໄດ້ຮີບຮ້ອນຈັດຕັ້ງກຳລັງ ພົນ ແລະ ເຫຼົ່າຮົບວິຊາສະເພາະລົງ ຊ່ວຍເຫຼືອຢ່າງຮີບດ່ວນ ໂດຍສົມທົບ ກັບອໍານາດການປົກຄອງເຂດທີ່ເກີດ ໄພນ້ຳຖ້ວມເລັ່ງລັດຈັດຕັ້ງກໍາລັງຂອງ ຕົນລົງກອບກູ້ຊ່ວຍເຫຼືອປະຊາຊົນ ແລະ ເຄື່ອນຍ້າຍອອກຈາກພື້ນທີ່ອັນ ຕະລາຍ, ຈົນມາຮອດວັນທີ 5 ກັນຍາ, ກໍາລັງປະກອບອາວຸດໄດ້ ພົບຄວາມ ຫຍຸ້ງຍາກຫຼາຍດ້ານເນື່ອງ ຈາກລະ ດັບນ້ຳຖ້ວມເພີ່ມຂຶ້ນສູງ ແລະ ມີນໍ້າໄຫຼ ຊຸແຮງຈຶ່ງໄດ້ເພີ່ມກຳລັງ ແລະ ພາຫະ ນະ, ໂດຍໄດ້ນຳໃຊ້ຍົນລຳລຽງສະບຽງ ອາຫານ ແລະ ເຄື່ອນຍ້າຍພໍ່ແມ່ປະຊາ ຊົນອອກຈາກພື້ນທີ່ອັນຕະລາຍເມື່ອ ຫຼາຍມື້ຕໍ່ມາລະດັບນ້ຳໄດ້ຫຼຸດລົງ ກຳລັງປະກອບອາວຸດ ແລະ ພາກ ສ່ວນອື່ນໆກໍຍັງໄດ້ສືບຕໍ່ໃຫ້ການ ຊ່ວຍເຫຼືອດ້ານກຳລັງແລະພາຫະນະ ເຂົ້າໃນການຟື້ນຟູປົວແປງເຮືອນຊານ ບ້ານຊ່ອງ, ພື້ນທີ່ທຳການຜະລິດ, ລົງ ຢ້ຽມຢາມໃຫ້ກຳລັງໃຈ, ແຈກຢາຍອາ ຫານ ແລະ ຊ່ວຍເຫຼືອວັດຖຸປັດໄຈ ໃນເບື້ອງຕົ້ນ, ລົງກວດກາ, ປິ່ວປົວສຸ ຂະພາບ ແລະ ອື່ນໆແນໃສ່ເຮັດໃຫ້ຊີ ວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເຂດນ້ຳຖ້ວມ ໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານ ບຸນກອງ ວົງສາຍແພງ ນາຍບ້ານ ວິໄຊສົງ ເມືອງສອງຄອນ ແຂວງ ສະຫວັນນະເຂດ ໄດ້ກ່າວກັບນັກ ຂ່າວວ່າ: ຢູ່ໃນຂອບເຂດອ້ອມແອມ ບ້ານວິໄຊສົງ ມີ 4 ບ້ານ ທີ່ໄດ້ຮັບຜົນ ກະທົບຈາກນໍ້າຖ້ວມໜັກສຸດເລີ່ມ ແຕ່ວັນທີ 1 ກັນຍາ, ເຊິ່ງຜ່ານມາທາງ ການເພິ່ນໄດ້ມີການແຈ້ງເຕືອນໃຫ້ພໍ່ ແມ່ປະຊາຊົນເຄື່ອນຍ້າຍຊັບສິນມີຄ່າ ອອກຈາກພື້ນທີ່ໂດຍດ່ວນແລ້ວ ແຕ່ ຍ້ອນຄວາມເຊື່ອຂອງປະຊາຊົນໃນ ການດຳລົງຊີວິດຕິດພັນກັບແມ່ນ້ຳແຕ່ ນ້ອຍຈົນໃຫຍ່ ໃນເຂດດັ່ງກ່າວບໍ່ເຄີຍ ມີນ້ຳຖ້ວມໜັກປານນີ້ມາກ່ອນ,ຈຶ່ງເຮັດໃຫ້ພໍ່ແມ່ປະຊາຊົນຖືເບົາໃນການກະ ກຽມ ແລະ ຮັບມືກັບໄພນ້ຳຖ້ວມຄັ້ງນີ້ ຊັກຊ້າຈົນສ້າງຄວາມເສຍຫາຍແກ່ ຊີວິດ ແລະ ຊັບສິນມີຄ່າຂອງພໍ່ແມ່ ປະຊາຊົນເປັນຈຳນວນຫຼາຍ.
ທ່ານ ບຸນກອງ ຍັງກ່າວຕື່ມອີກວ່າ ແຕ່ເຖິງຢ່າງໃດກໍຕາມ ທຸກພາກສ່ວນ ກໍໄດ້ໃຫ້ການຊ່ວຍເຫຼືອຢ່າງສຸດຂີດ, ໂດຍສະເພາະແມ່ນກຳລັງປະກອບອາວຸດໄດ້ລະດົມກຳລັງ ແລະ ພາຫະນະ ທຸກຊະນິດທີ່ມີອອກມາຊ່ວຍກອບກູ້ ຊ່ວຍເຫຼືອປະຊາຊົນເຮົາຢ່າງວ່ອງໄວ ທັນການສາມາດຮັກສາຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ. ອັນນີ້ຈຶ່ງ ເວົ້າໄດ້ວ່າທະຫານກັບປະຊາຊົນຄືປາກັບນໍ້າ.
ບົດຂ່າວ: ວຽງຈັນທາຍ
ພາບ: ກອງທັບປະຊາຊົນລາວ
