Vientiane Times Lao
ທາງ​ລົດ​ໄຟ​ຈີນ​-ລາວ​​ ຂົນ​ສົ່ງ​ຜູ້ໂດຍສານ ແລະ ສິນ​ຄ້າຫຼາຍຂຶ້ນກວ່າ​ເກົ່າ

ທາງ​ລົດ​ໄຟ​ຈີນ​-ລາວ​​ ຂົນ​ສົ່ງ​ຜູ້ໂດຍສານ ແລະ ສິນ​ຄ້າຫຼາຍຂຶ້ນກວ່າ​ເກົ່າ

​​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ຊອດ​ຜ່ານ​ພູ​ຜາ ແລະ ສາຍນ້ຳ​ຢ່າງ​ຫຼວງ​ຫຼາຍ ເຊິ່ງ​ການ​ເດີນ​ທາງ​ແບບນີ້ ຫຼາຍ​ຄົນ​ມັກ, ເພາະມັນ​ບໍ່​ໄດ້ລ້ຽວ​ຊ້າຍ​ ຫຼື ລ້ຽວ​ຂວາ​ ແລະ ຂຶ້ນ​ລົງ​​​​ຢູ່ຕາມ​ພູ​ເລື່ອຍໆ ຄື​​ກັບ​ຍານພາ​​ຫ​ະ​ນະ​ທີ່​ແລ່ນ​ຕາມ​ທາງທົ່ວໆ​ໄປ. ການ​ເດີນ​ທາງກໍມີ​ຄວາມ​ວ່ອງ​ໄວ, ປອດ​ໄພ, ສະ​ດວກ​ສະ​ບາຍ​ ແລະ ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ເຊິ່ງ​ເປັນ​ສາ​ເຫດທີ່ເຮັດ​ໃຫ້ຈໍານວນ​ຜູ້​ໂດຍ​ສານ ແລະ ການ​ຂົນ​ສົງ​ສິນ​ຄ້າ​ໄດ້​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທ່ານ ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ ແຫ່ງ   ສ​ປ ຈີນເຄີຍ​ກ່າວ​ວ່າ: ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ ແມ່ນ​ໂຄງ​ການ​ຕົວ​ແບບ​ຂອງ​ການ​ຮ່ວມ​ມື ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ລະ​ຫວ່າງ​ສອງ​ປະ​ເທດ. ຮັກ​ສາ ແລະ ດຳ​ເນີນ​ການ​ທາງ​ລົດ​ໄຟ​ໃຫ້​ດີ, ພັດ​ທະ​ນາ ແລະ ກໍ່​ສ້າງ​ເຂດ​ທີ່​ລຽບ​ຕາມ​ເສັ້ນ​ທາງ​ໃຫ້​ດີ “ເພື່ອ​ສ້າງ​ທາງ​ລົດ​ໄຟ​ລົດ​ໄຟໃຫ້​ປຽບ​ເໝືອນເສັ້ນ​​ທາງ​ຄຳ​ດ້ານ​ການ​ຂົນ​ສົ່ງ” ແລະ ສ້າງ​ຄວາມ​ຜ່າ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​.   

ທ່ານ ທອງ​ລຸນ ສີ​ສຸ​ລິດ​ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປລາວ ແລະ ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ ທີ່​ຜ່ານ​ມາເຄີຍໄດ້​ຂີ່​ລົດ​ໄຟ​ຈີນ-ລາວ ທັງ​ໄດ້​ຢ້ຽມ​ຢາມ​ສະ​ຖາ​ນີ​ລົດ​ໄຟ​ຈຳ​ນວນ​​ໜຶ່ງ ພ້ອມ​ທັງ​ຫ້ອງ​ຂອງ​ຂະ​ບວນ​ລົດ​ໄຟ ເຊິ່ງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ສະ​ດວກ​ສະ​ບາຍ, ຄວາມ​ສະ​ຖຽນ ແລະ ຄວາມ​ປອດ​ໄພ​ຂອງ​ຂະ​ບວນ​ລົດ​ໄຟ. ນອກນີ້, ທ່ານ​ຍັງ​ໃຫ້​ທິດ​ຊີ້​ນຳ​ອີກວ່າ: “ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ-ລາວຕ້ອງຄຸ້ມ​ຄອງ​ເສັ້ນ​ທາງ​ລົດ​ໄຟ​ໃຫ້​ດີ, ສະ​ໜອງ​ການ​ບໍ​​ລິການ​ໃຫ້​ດີ, ເຮັດ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ສິນ​ຄ້າ​ໃຫ້​ຫຼາຍກວ່າ​ເກົ່າ”​. 

ນັບ​ມາ​ຮອດ​ວັນ​ທີ 12 ມີ​ນານີ້, ທາງ​ລົດ​ໄຟ​ຈີນ​-ລາວໄດ້ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 30,2 ລ້ານ​ເທື່ອ​ຄົນ ແລະ ຂົນ​ສົ່ງ​ສິນ​ຄ້າຫຼາຍກວ່າ 34,2 ລ້ານ​ໂຕນ. ໃນ​ນັ້ນ, ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂ້າມ​ຊາດ​ທັງ​ໝົດ 145.000 ກວ່າ​ເທື່ອ​ຄົນ ທີ່​ມາ​ຈາກ 80 ກ​ວ່າ​ປະ​ເທດ ແລະ ເຂດ​ແຄວ້ນ, ​ຂົນສົ່ງ​ສິນ​ຄ້າ​ຂ້າມ​ຊາດໄດ້ຫຼາຍກວ່າ 7,8 ລ້ານ​ໂຕນ.

ການຂົນສົ່ງສິນຄ້າໄດ້ຂະຫຍາຍໄປເຖິງ 12 ປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາເປັນຕົ້ນ ແລະ ຕົວເມືອງສຳຄັນຕ່າງໆໃນ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ.ຕົ້ນທຶນດ້ານການຂົນສົ່ງສິນຄ້າລະຫວ່າງນະຄອນຫຼວງວຽງຈັນຫານະຄອນຄຸນໝິງໄດ້ຫຼຸດລົງປະມານ 40% ຫາ 50% ເມື່ອທຽບໃສ່ຕອນທີ່ຍັງບໍ່ທັນໄດ້ເປີດທາງລົດໄຟສາຍນີ້.

ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​​ເປັນ​​ຕົ້ນ​ມາ, ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ທີ່​ແລ່ນ​ຕາມ​ທາງ​ລົດ​ໄຟ​ຈີນ​-ລາວ​ຕອນ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຈາກ 35 ຖ້ຽວ​ຕໍ່​ມື້​ຂຶ້ນ​ເປັນ 51 ຖ້ຽວ​ຕໍ່​ມື້​ໃນ​ປັດ​ຈຸ​ບັນ. ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ທີ່​ແລ່ນ​ຢູ່​ຕອນພາຍ​ໃນ​ປະ​ເທດ​ລາວ​ໄດ້​ເພີ່ມ​ຈາກ 4 ຖ້ຽວ​ຕໍ່​ມື້​ຂຶ້ນ​ເປັນ 12 ຖ້ຽວ​ຕໍ່​ມື້. ຫວ່າງມໍ່ໆມານີ້, ຍ້ອນ​ຈໍານວນ​ຜູ້​ໂດຍ​ສານ​ຫຼາຍ​ຂຶ້ນ ຂະບວນລົດໄຟໂດຍສານສາກົນ D87/D88 ລະຫວ່າງນະຄອນຄຸນໝິງ ສປ ຈີນຫານະຄອນຫຼວງວຽງຈັນ ແຫ່ງ ສປປ ລາວກໍໄດ້ເພີ່ມສະຖານີຕື່ມອີກສອງສະຖານນີ ຄື ສະຖານີຢຸ້ຍຊີຢູ່ປະເທດຈີນ ແລະ ສະຖານີເມືອງໄຊຢູ່ປະເທດລາວ. ປັດ​ຈຸ​ບັນ, ສະຖານີລົດໄຟໄດ້ເພີ່ມຂຶ້ນເປັນ 10 ແຫ່ງ ເຊິ່ງໄດ້ເພີ່ມຄວາມສະດວກແກ່ການອອກເດີນທາງໃຫ້ແກ່ຜູ້ໂດຍສານຕື່ມອີກ.

ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ນະຄອນຄຸນໝິງ ສປ ຈີນ ແລະ ນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1.035 ກິໂລແມັດ, ເປັນທາງລົດໄຟສາກົນສາຍທຳອິດທີ່ນຳໃຊ້ເຕັກນິກ ແລະ ອຸປະກອນຂອງຈີນທັງໝົດ ແລະ ໄດ້ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຈີນໂດຍກົງ. ການເດີນທາງຈາກສະຖານີຄຸນໝິງໃຕ້ໄປຫາສະຖານີນະຄອນຫຼວງວຽງຈັນ ໄດ້ຫຼຸດລົງຈາກ 10 ຊົ່ວໂມງ 30 ນາທີໃນເມື່ອກ່ອນ ມາເປັນ 9 ຊົ່ວໂມງ 26 ນາທີໃນປັດຈຸບັນ ເຊິ່ງຫຼຸດລົງຮອດ 1 ຊົ່ວໂມງປາຍ.

ປັດ​ຈຸ​ບັນ ສ​ປ​ປ ລາວ​ມີ​ເສັ້ນ​ທາງ​ລົດ​ໄຟເຊື່ອມ​ຈອດ​ກັບ ສ​ປ ຈີນ​ແລ້ວ ເຊິ່ງ​ໄດ້​ສ້າງ​ສະ​ພາບ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ຄ້າ​-ການ​ລົງ​ທຶນ, ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ແລກ​ປ່ຽນ​ວັດ​ທະ​ນາ​ທຳ, ການ​ທອງ​ທ່ຽວ​ ແລະ ​ການຄົມ​ມະ​ນາ​ຄົມ​ຂົນ​ສົ່ງ. ໃນອະນາຄົດ, ເສັ້ນທາງສາຍນີ້ຍັງມີແຜນຈະເຊື່ອມຈອດກັບໄທ, ມາເລເຊຍ ແລະ ສິງກະໂປເປັນຕົ້ນ. ເມື່ອຮອດເວລານັ້ນ, ເຖິງວ່າ ສປປ ລາວຈະເປັນປະເທດບໍ່ມີທາງອອກສູ່ທະເລ ແຕ່ກໍຈະກາຍເປັນປະເທດທີ່ເຊື່ອມຈອດເຊື່ອມໂຍງຢ່າງແນ່ນອນ.

Related Articles

Leave a Reply