ທາງລົດໄຟລາວ-ຈີນໃນໄລຍະ 3 ປີທີ່ຜ່ານມາ ຫຼື ນັບແຕ່ການເປີດບໍລິການ ໃນວັນທີ 2 ທັນວາ 2022 ຮອດປັດຈຸບັນ ປະລິມານຜູ້ໂດຍສານສະສົມໄດ້ບັນລຸ 7.3 ລ້ານເທື່ອຄົນ ແລະ ປະລິມານຂົນສົ່ງສິນຄ້າບັນລຸ 10.65 ລ້ານໂຕນ ຊື່ງໄດ້ກາຍເປັນເສັ້ນທາງຄົມມະນາຄົມທາງບົກທີ່ສໍາຄັນເພື່ອເຊື່ອມຫາທະເລລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ເອີຣົບ ໂດຍໄດ້ນໍາຜົນປະໂຫຍດຕໍ່ປະຊາຊົນສອງຊາດລາວ ແລະ ຈີນ.
ຂໍ້ມູນຈາກທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.