ບໍລິສັດ ທາງລົດໄຟ ລາວ-ຈີນ ກຳລັງສຶກສາຫາລືຄວາມເປັນໄປໄດ້ ໃນການປັບປຸງການກວດຄົນເຂົ້າ-ອອກ ຫຼຸດເວລາໃນການດຳເນີນການ ເພື່ອອຳນວຍຄວາມສະດວກຜູ້ໂດຍສານຂ້າມແດນ.
ທາງລົດໄຟລາວຈີນ ໄດ້ເຊື່ອມຕໍ່ບັນດາເມືອງທ່ອງທ່ຽວທີ່ສໍາຄັນຕາມເສັ້ນທາງ,ທີ່ ລວມທັງນະຄອນຫຼວງວຽງຈັນ, ຫຼວງພະບາງ, ສິບສອງພັນນາ ແລະ ຄຸນໝິງສປ ຈີນ.
ການເດີນທາງຈາກວຽງຈັນໄປຄຸນໝິງ, ເຊິ່ງເມື່ອກ່ອນໃຊ້ເວລາຫຼາຍມື້ທາງບົກ, ປັດຈຸບັນໃຊ້ເວລາພຽງແຕ່ 9 ຊົ່ວໂມງ 26 ນາທີໂດຍລົດໄຟ.
ເພື່ອພັດທະນາການເດີນທາງຂ້າມແດນດ້ວຍລົດໄຟໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ມອບປະສົບການທີ່ດີກວ່າເກົ່າໃຫ້ແກ່ຜູ້ໂດຍສານ, ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ, ທ່ານ ອານົງເດດ ເພັດໄກສອນ, ໄດ້ກ່າວກັບສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ບໍລິສັດກໍາລັງສຶກສາວິທີການຕ່າງໆ ເພື່ອຫຼຸດຜ່ອນເວລາເດີນທາງຂ້າມແດນຈາກວຽງຈັນໄປຄຸນໝິງຕື່ມອີກ, ເຊິ່ງປະຈຸບັນໃຊ້ເວລາຫຼາຍກວ່າເກົ້າຊົ່ວໂມງ.
ສິ່ງທ້າທາຍອັນໜຶ່ງແມ່ນຈຸດກວດຄົນເຂົ້າອອກເມືອງສອງແຫ່ງ ຢູ່ບໍ່ເຕັນໃນລາວ ແລະ ບໍ່ຫານໃນຈີນ, ເຊິ່ງຂັ້ນຕອນດັ່ງກ່າວໃຊ້ເວລາຫຼາຍກວ່າ 50 ນາທີ.
ທ່ານກ່າວວ່າ: “ພວກເຮົາກໍາລັງປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາວ່າພວກເຮົາສາມາດຫຼຸດໄລຍະເວລາຂອງຂະບວນການນີ້ຈາກ 52 ນາທີ ລົງມາເປັນ 40 ນາທີ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານຫຼາຍຂຶ້ນໄດ້ບໍ່.”
ທ່ານ ອານົງເດດ ໄດ້ອະທິບາຍເຖິງວິທີແກ້ໄຂທີ່ເປັນໄປໄດ້ຜ່ານການຮ່ວມມືສອງຝ່າຍໃນອະນາຄົດ ການນໍາສະເໜີຂະບວນການກວດກາຈຸດດຽວ ຫຼື One Stop Inspection.
ທ່ານກ່າວວ່າ: “ນີ້ໝາຍຄວາມວ່າ ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງຈີນສາມາດດໍາເນີນການກວດກາຢູ່ສະຖານີບໍ່ເຕັນໃນລາວ ກ່ອນທີ່ລົດໄຟຈະເຂົ້າສູ່ປະເທດຈີນ. ວິທີນີ້ຈະຊ່ວຍຫຼຸດເວລາເດີນທາງໄດ້ໃນລະດັບໜຶ່ງ.”
ແຕ່ຢ່າງໃດກໍຕາມ, ກ່ຽວກັບການຮ່ວມມືໃນການຈັດຕັ້ງຂະບວນການດັ່ງກ່າວ ຍັງບໍ່ມີຂອບເວລາກຳນົດທີ່ຈະຈັດຕັ້ງປະຕິບັດ ຢ່າງຊັດເຈນ.
ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຂ້າມແດນ 480,000 ຄົນ ຈາກ 112 ປະເທດ ໃນໄລຍະສອງປີຂອງການໃຫ້ບໍລິການຂ້າມແດນ, ອໍານວຍຄວາມສະດວກໃນການເດີນທາງລະຫວ່າງລາວ, ຈີນ ແລະ ຕ່າງປະເທດ.
ນັບຕັ້ງແຕ່ເປີດໃຫ້ບໍລິການຂ້າມແດນໃນວັນທີ 13 ເມສາ 2023, ທາງລົດໄຟໄດ້ກາຍເປັນທາງເລືອກທີ່ວ່ອງໄວ ແລະ ສະດວກສະບາຍສໍາລັບຜູ້ໂດຍສານ, ໂດຍສະເພາະນັກທ່ອງທ່ຽວ.