Vientiane Times Lao
ທາບທາມຄຳເຫັນໃສຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025

ທາບທາມຄຳເຫັນໃສຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025

ກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ຈັດຂຶ້ນໃນວັນທີ 16 ມັງກອນ 2025 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ), ມີຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ການນຳຂັ້ນສູງຈາກທຸກກະຊວງ, ອົງການອ້ອມຂ້າງສູນກາງ, ພະນັກງານບຳນານ, ມະຫາວິທະຍາໄລ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວໃນກອງປະຊຸມ ວ່າ: ການທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ຢູ່ບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ ຄັ້ງນີ້ ເປັນໜຶ່ງໃນ 3 ຈຸດທີ່ໄດ້ດຳເນີນກອງປະຊຸມພ້ອມກັນໃນເວລາດຽວກັນ ຄື: ບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ; ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງໄຊສົມບູນ; ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ ເພື່ອປະກອບຄຳເຫັນເຂົ້າໃສ່ເນື້ອໃນຮ່າງລັດຖະທຳມະນູນສະບັບປັບປຸງ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຮ່າງລັດຖະທຳມະນູນ ກາຍເປັນສະບັບສົມບູນ; ສ້າງໂອກາດໃຫ້ປະຊາຊົນ ແລະ ຕົວແທນຂອງບັນດາຊັ້ນຄົນ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ແທດກັບຕົວຈິງ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດໝາຍ ຢ່າງມີປະສິດທິພາບ, ປະສິດທິຜົນ.

ບັນດາຜູ້ແທນກອງປະຊຸມ ຄັ້ງນີ້ ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ແລະ ປະກອບຄຳເຫັນທີ່ເປັນປະໂຫຍດສູງໃຫ້ແກ່ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ນຳໄປຄົ້ນຄວ້າ ແລະ ສືບຕໍ່ປັບປຸງໃຫ້ເປັນສະບັບສົມບູນ ເຊິ່ງກອງເລຂາກອງປະຊຸມ ໄດ້ບັນທຶກບັນດາຄຳເຫັນ ແລະ ສະຫຼຸບຜົນຂອງກອງປະຊຸມຄັ້ງນີ້ ເພື່ອລາຍງານໃຫ້ຄະນະປະຈຳການ ຄລຊ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຂໍທິດຊີ້ນຳໃນຂັ້ນຕອນຕໍ່ໄປ.

ແຕ່ການປັບປຸງຮ່າງລັດຖະທຳມະນູນ ໃຫ້ເປັນສະບັບສົມບູນນັ້ນ ຍັງເປັນວຽກງານໜຶ່ງທີ່ສຳຄັນຂອງລັດເຮົາ ທີ່ຍັງຕ້ອງສືບຕໍ່ຮີບຮ້ອນເອົາໃຈໃສ່ຄົ້ນຄວ້າ ແລະ ຮຽບຮຽງ ພາຍຫຼັງສຳເລັດບັ້ນທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນໃນທົ່ວປະເທດ ເພື່ອສາມາດນຳໄປສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍເດືອນມີນານີ້ ພິຈາລະນາ, ຮັບຮອງເອົາ.

ການສ້າງ ແລະ ປັບປຸງລັດຖະທຳມະນູນ ເປັນວຽກງານທີ່ສຳຄັນທີ່ສຸດ, ແຕ່ການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ, ການນຳເອົາລັດຖະທຳມະນູນ ແລະ ກົດໝາຍ ເຂົ້າສູ່ຊີວິດຕົວຈິງຂອງທົ່ວສັງຄົມນັ້ນ ເປັນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນກວ່າການສ້າງ ແລະ ປັບປຸງລັດຖະທຳມະນູນ ຫຼາຍສິບເທົ່າ, ສະນັ້ນ ຮຽກຮ້ອງທຸກກະຊວງ, ອົງການ, ທ້ອງຖິ່ນ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳມະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ເຂັ້ມງວດ ແລະ ສັກສິດກວ່າເກົ່າ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວພັກ, ທົ່ວລັດ, ທົ່ວປວງຊົນ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ, ເດັດດ່ຽວໜຽວແໜ້ນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເພື່ອປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິ ຍົມຢ່າງໜັກແໜ້ນ ແລະ ມີໄຊ.

ຂ່າວຈາກ: ສພຊ

Related Articles

Leave a Reply