Vientiane Times Lao
ທຳລາຍສວນປູກຝິ່ນ 1 ເຮັກຕາກວ່າ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ທຳລາຍສວນປູກຝິ່ນ 1 ເຮັກຕາກວ່າ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ລົງສົມທົບກັບພະແນກສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ປກສ ແຂວງໄຊສົມບູນ, ປກສ ເມືອງລ້ອງແຈ້ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນໄດ້ລັກລອບປູກ ໃນເນື້ອທີ່ 1 ເຮັກຕາກວ່າ ຢູ່ຂອບເຂດບ້ານນ້ໍາຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ໃນວັນທີ 12 ກຸມພາ 2025 ຜ່ານມານີ້ ໂດຍໃຊ້ໄມ້ຟາດ, ຫຼົກຕົ້ນອ່ອນ ແລະ ໃຊ້ພ້າຖາງ ເພື່ອບໍ່ໃຫ້ຕົ້ນຝິ່ນປົ່ງ  ບໍ່ສາມາດເກັບກູ້ຄືນໄດ້.

ພ້ອມດຽວກັນນນັ້ນ, ເຈົ້າໜ້າທີ່ຍັງໄດ້ນຳຕົວຜູ້ລັກລອບປູກຝິ່ນ ມາສຶກສາອົບຮົມ, ກ່າວເຕື່ອນ ພ້ອມທັງອະທິບາຍຄືນດ້ານລະບຽບກົດໝາຍ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງຜົນຮ້າຍທີ່ຈະຕາມມາ ເຊິ່ງໄລຍະຜ່ານມາ ພັກ-ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ຍົກສູງຕໍ່ການລົບລ້າງການປູກຝິ່ນມາຕະຫຼອດຢູ່ໃນຂອບເຂດທົ່ວປະເທດ ໂດຍຫັນຈາກການປູກຝິ່ນມາເປັນການປູກພືດທຳການຜະລິດທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ໃນໄລຍະຜ່ານມາພະແນກຄວບຄຸມ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ລົງເຄື່ອນ ໄຫວໂຄສະນາ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ໄພ ອັນຕະລາຍຂອງຢາເສບຕິດ ໂດຍສະເພາະແມ່ນຢາຝິ່ນ ເຊິ່ງເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດ ຢາບ້າ, ເຮໂລອິນ ແລະ ສ່ວນປະສົມໃນການຜະລິດຢາປະເພດອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ທັງເປັນອັນຕະລາຍຕໍ່ສຸຂະພາບ ທັງເປັນສາເຫດທີ່ພາໃຫ້ເກີດມີປະກົດ ການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້າເອົາຂອງ ແລະ ອື່ນໆ.

ຂ່າວຈາກ: ປກສ ແຂວງໄຊສົມບູນ

Related Articles

Leave a Reply