ວັນທີ 8 ກຸມພານີ້ 2025 ທີ່ຜ່ານມານີ້, ໃນການແຂ່ງຂັນເຕັກນິກສະກີລີລາເສລີ ສະໜາມຮູບໂຕ U ເພດຍິງ (Freestyle skiing Women’s Halfpipe) ຮອບຊີງຊະນະເລີດຂອງງານກິລາເອຊຽນເກມລະດູໜາວຄັ້ງທີ 9 ທີ່ຈັດຂຶ້ນຢູ່ນະຄອນຮາບິນ ແຂວງເຮີຍຫຼົງຈ່ຽງ ສປ ຈີນ, ນາງ ຫຼີ້ຟ່າງຮຸ້ຍ ນັກກິລາຈີນສາມາດຄວ້າຫຼຽນຄຳດ້ວຍ 95,25 ຄະແນນ ໃນການແຂ່ງຂັນຮອບທີ 3, ນີ້ແມ່ນຫຼຽນຄຳຫຼຽນທຳອິດທີ່ຄະນະນັກກິລາທີມຊາດຈີນຊີງໄດ້ໃນການແຂ່ງຂັນເອຊຽນເກມລະດູໜາວຮາບິນຄັ້ງນີ້.
ວັນທີ 8 ກຸມພາ 2025ນີ້ ເປັນມື້ທຳອິດຂອງການແຂ່ງຂັນພາຍຫຼັງຈັດພິທີໄຂງານກິລາເອຊຽນເກມລະດູໜາວຮາບິນ, ຄະນະນັກກິລາທີມຊາດຈີນສ້າງໄດ້ຜົນງານທີ່ດີເລີດ ແລະ ເປັນອັນດັບໜຶ່ງຂອງຕາຕະລາງຫຼຽນທີ່ປະກອບດ້ວຍ ຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ.
ແຫຼ່ງຂ່າວ: CMG FM93