ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 Women’s Asian Cup™ Thailand 2026 Qualifiers ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 2-10 ສິງຫາ 2025, ໂດຍທີມຊາດລາວ (ເຈົ້າພາບຮອບຄັດເລືອກ) ຖືກຈັດຢູ່ໃນກຸ່ມ H ປະກອບມີ: ສ ເກົາຫຼີ, ບັງກະລາເທດ ແລະ ຕີມໍ ເລສເຕ.
ອີງຕາມແຫຼ່ງຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ຕາຕະລາງການແຂ່ງຂັນຂອງທີມຊາດລາວ ປະກອບມີ: ວັນທີ 6 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດບັງກະລາເທດ, ວັນທີ 8 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດ ສ ເກົາຫຼີ ແລະ ວັນທີ 10 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດ ຕີມໍ ເລສເຕ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16
ສໍາລັບ ການແຂ່ງຂັນລາຍການດັ່ງກ່າວ ແມ່ນມີທີມເຂົ້າຮ່ວມທັງຫມົດ 33 ທີມ ແບ່ງອອກເປັນ 8 ກຸ່ມ ຊຶ່ງຮູບແບບການແຂ່ງຂັນແມ່ນຄັດເລືອກເອົາອັນດັບ 1 ຂອງ 8 ກຸ່ມ ບວກກັບ ອັບດັບ 2 ທີ່ມີຄະແນນດີທີ່ສຸດ 3 ທີມ ບວກກັບ ໄທ (ເຈົ້າພາບ) ເຂົ້າຮອບສຸດທ້າຍ ປີ 2026.