ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ຫຼື ASEAN U19 Girls’ Championship 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 9-18 ມີຖຸນາ 2025 ຢູ່ທີ່ ນະຄອນໂຮຈີມິນ ປະເທດຫວຽດນາມ.
ສໍາລັບ ການແຂ່ງຂັນລາຍການນີ້ ມີ 8 ທີມ ແບ່ງອອກເປັນ 2 ກຸ່ມ ໂດຍທີມເຕະບານຍິງ ຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ກຸ່ມ A: ຫວຽດນາມ ( ເຈົ້າພາບ ), ມຽນມາ ແລະ ຕີມໍ ເລສເຕ, ສ່ວນ ກຸ່ມ B: ໄທ, ອິນໂດເນເຊຍ, ກໍາປູເຈຍ ແລະ ມາເລເຊຍ.
ປະຈຸບັນ ທີມເຕະບານຍິງ ກໍາລັງຝຶກຊ້ອມພາລະກໍາລັງຮ່າງກາຍ ແລະ ເຕັກນີກວິທີຫຼີ້ນກິລາ ຢູ່ທີ່ສະໜາມກິລາສູນຝຶກ ຫຼັກ 16 ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລາຍການນີ້.
ທີ່ມາ: ສຕລ